ສະຫາຍ ທອງສິງ ທຳມະວົງ ສະເໜີຮ່າງວິໄສທັດ ແລະ ຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ
18/01/2016 14:01
ສົ່ງເມວພິມເບິ່ງ 207
ຂປລ. ໃນວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ ໃນວັນທີ 18 ມັງກອນ 2016, ສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ ໄດ້ສະເໜີຮ່າງວິໄສທັດ ຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ໂດຍຍົກໃຫ້ເຫັນຜົນສຳເລັດການພັດທະນາດ້ານຕ່າງໆ ໄລຍະ 15 ປີຜ່ານມາ ເຊິ່ງເຫັນວ່າ ເສດຖະກິດແຫ່ງຊາດ ມີການຂະຫຍາຍຕົວ ໃນຈັງຫວະໄວ ແລະ ຕໍ່ເນື່ອງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ໂດຍພື້ນຖານ ລວມຍອດຜະລິດຕະພັນ ພາຍໃນ (GDP), ສະເລ່ຍບັນລຸ 7,4% ຕໍ່ປີ ສະເລ່ຍລາຍຮັບເພີ່ມຂຶ້ນຈາກ 319 ໂດລາສະຫະລັດ ໃນປີ 2011 ມາເປັນ 1.970 ໂດລາສະຫະລັດ ໃນສົກປີ 2014-2015, ພິເສດ ໃນປີ 2011, ທະນາຄານໂລກໄດ້ເລື່ອນ ສປປ ລາວ ຈາກກຸ່ມປະເທດທີ່ມີລາຍໄດ້ຕ່ຳ ຂຶ້ນມາສູ່ປະເທດ ທີ່ມີລາຍໄດ້ປານກາງໃນລະດັບຕ່ຳ.
ຫົວໜ້າອໍານວຍການໃຫຍ່ສໍານັກຂ່າວສານ ປະເທດລາວ ມີຄວາມພາກພູມໃຈທີ່ໄດ້ຮັບໃຊ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ x ຂອງພັກ
18/01/2016 15:50
ສົ່ງເມວພິມເບິ່ງ 172
ຂປລ. ຕອນບ່າຍວັນທີ 18 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ສູນທອນ ຄັນທະວົງ ຫົວໜ້າອໍານວຍການໃຫຍ່ ສໍານັກຂ່າວສານ ປະເທດລາວ (KPL) ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ໃນຖານະຮັບ ຜິດຊອບ ສູນຂ່າວ ຖືວ່າເປັນກຽດຢ່າງຍິ່ງໃນນາມສື່ມວນຊົນລາວ, ທີ່ໄດ້ຮັບໃຊ້ ໃນບັ້ນໂຄສະນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ x ຂອງພັກປະຊາຊົນປະຕິວັດລາວ, ສູນຂ່າວມີ ທຸກພາກສ່ວນຄື: ໜັງສືພິມ ໂທລະພາບ, ສື່ໂຄສະນາເ ອເລັກໂຕຣນິກ, ວິທະຍຸ ແລະ ວາລະສານຕ່າງໆ ທັງພາກລັດ ແລະ ເອກະຊົນ ມີສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນປະເທດ ເພື່ອນມິດ ມີ ສປ ຈີນ ແລະ ສສ ຫວຽດນາມ, ໃນນັ້ນ ລວມທັງ CRI ແມ່ນສື່ໜຶ່ງ ທີ່ໄວໃນການລາຍງານຂໍ້ມູນຂ່າວສານ. ເວົ້າລວມແລ້ວສື່ມວນຊົນລາວ ແມ່ນກຽມພ້ອມ ໃນການຮັບໃຊ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ x ຂອງພັກຄັ້ງນີ້, ມີການຖ່າຍທອດສົດທາງວິທະຍຸ, ທາງໂທລະພາບ ໃນມື້ເປີດພິທີ. ທຸກພາກສ່ວນ ໄດ້ເຮັດສໍາເລັດ ໜ້າທີ່ຖ່າຍທອດສົດລາຍງານຂ່າວ, ນອກຈາກນັ້ນ, ສື່ມວນຊົນພວກເຮົາຍັງໄດ້ມີການສົ່ງຂ່າວຂຶ້ນສູ່ເວັບໄຊ, ໜັງສືພິມ, ທາງໂທລະພາບ, ວິທະຍຸ, ເຟດບຸກ ແລະ ອື່ນໆ ແມ່ນໄດ້ມີການລາຍງານຂ່າວ ຢ່າງເປັນລະບົບ. ສູນຂ່າວຍັງໄດ້ມີການບໍລິການຂໍ້ມູນຂ່າວສານ, ຮູບພາບ ນັບທັງພາບ ເໜັງຕິງ ແລະ ພາບນິ້ງ. ອັນນີ້, ຖືວ່າແມ່ນໜ້າທີ່ຂອງ ບັນດາສື່ມວນຊົນ. ນັກຂ່າວທຸກພາກສ່ວນ ໄດ້ສຸມຈິດສຸມໃຈຮັບໃຊ້ກອງປະຊຸມຄັ້ງນີ້ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ.
ທ່ານກ່າວຕື່ມວ່າ: ໃນນາມປະຊາຊົນລາວຜູ້ໜຶ່ງ ກອງປະຊຸມຄັ້ງນີ້ ແມ່ນເປັນເຫດການທີ່ສໍາຄັນ ໃນຊີວິດການເມືອງຂອງພັກ ຖືວ່າເປັນເຫດການ ທີ່ສໍາຄັນ ທົ່ວປວງຊົນລາວທັງຊາດ ເຊິ່ງເປັນບ່ອນສະຫລຸບສັງລວມ ໃນການຊີ້ນໍາ-ນໍາພາ ຂອງພັກ ໃນໄລຍະ 5 ປີຜ່ານມາ ແລະ ພ້ອມກັນນັ້ນ ກໍໄດ້ມີ ການວາງທິດທາງ ວິໄສທັດ ໃນ 5 ປີຕໍ່ໜ້ານັບທັງວິໄສທັດປີ 2030 ເຊິ່ງເປັນເສັ້ນທາງທີ່ພວກເຮົາຈະກ້າວເດີນໄປ ແລະ ແມ່ນມີຄວາມສໍາຄັນທີ່ສຸດ ໃນການທີ່ຈະມີການເລືອກຕັ້ງ ຄະນະນໍາ ເພື່ອບໍລິຫານ ວຽກງານຕາມນະໂຍບາຍທີ່ພັກວາງອອກ. ສະນັ້ນ, ເວົ້າລວມແລ້ວ ໃນຖານະທີ່ເປັນສະມາຊິກພັກ ຫລື ເປັນປະຊາຊົນຜູ້ໜຶ່ງ ແມ່ນມີຄວາມພາກພູມໃຈ ໃນນໍາພາ ປະເທດຊາດ ກ້າວຂຶ້ນເພື່ອເຮັດໃຫ້ປະເທດຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ກາຍເປັນປະເທດທີ່ມີການພັດທະນາຄືກັບບັນດາປະເທດ ອ້ອມຂ້າງເຮົາ.
ໃນການລາຍງານຂ່າວຄັ້ງນີ້ ສໍານັກຂ່າວສານປະເທດລາວໄດ້ສົ່ງນັກຂ່າວ 30 ຄົນ, ເຂົ້າຮ່ວມຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ x ຂອງພັກ ໃນນັ້ນ, ປະກອບມີຜູ້ປະຕິບັດວຽກງານຂ່າວ, ຜູ້ເຮັດວຽກງານຖ່າຍພາບ, ແລະຮັບຜິດຊອບວຽກງານຕ່າງໆ.