ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງທ່ານເພື່ອແຈ້ງນັກສຶກສາພາຍໃນຄະນະຂອງທ່ານ ເພື່ອເຂົ້າຮ່ວມສໍາພາດຄັດເລືອກໄປຮ່ວມງານ 4th ASEAN Youth Camp 2016ລະຫວ່າງວັນທີ 14-29ທັນວາ2015ທີ່ ມະຫາວິທະຍາ ໄລເຕັກໂນໂລຊີຣາດຊະມຸງຄຸນຣັດຕະນະໂກສິນ (Rajamangala University of Technology Rattanakosin), ປະເທດໄທ.ຈຸດປະສົງຂອງງານແມ່ນແລກປ່ຽນດ້ານວັດທະນະທໍາກັບນັກສຶກສາຈາກປະເທດສະມາຊິກອາຊຽນ, ສຶກສາກ່ຽວກັບວັດທະນະທໍາ-ສັງຄົມ, ເສດຖະກິດ, ຕະຫຼາດແຮງງານໃນອາຊຽນ, ແລະ ທັດສະນະສຶກສາສະຖານທີ່ທ່ອງທ່ຽວທາງປະຫວັດສາດຂອງປະເທດໄທ. ຜູ້ທີ່ສົນໃຈສະໝັກໄປຮ່ວມງານດັ່ງກ່າວນີ້ແມ່ນໃຫ້ປະກອບແບບຟອມເຂົ້າສໍາພາດ ແລະ ສົ່ງໃຫ້ ອຈ. ອໍາເຄັງ ເພັງລາສີ, ຫ້ອງ 103 ຫ້ອງການພົວພັນຕ່າງປະເທດ ຫຼື ສົ່ງທາງອອນລາຍເຖິງ: a.phenglasy@gmail.com or soubinlpdr@gmail.com ພາຍໃນວັນທີ 08 ຕຸລາ 2015.