ເລກທີ 013/ຮງດດດ
ນະຄອນຫລວງວຽງຈັນ,ວັນທີ 11/10/2015
ໜັງສືແຕ່ງຕັ້ງ
ຜູ້ປະສານງານຊອກຫາແຫລ່ງທຶນຈາກຕ່າງປະເທດ
- ອີງໃສ່ ການປຶກສາຫາລືກັນກ່ຽວກັບ ການຊອກຫາແຫລ່ງທຶນຈາກຕ່າງປະເທດ ເພື່ອນຳໃຊ້ເຂົ້າພັດທະນາ ໂຄງການ ກະສິກຳ, ສະບຽງອາຫານ ແລະ ບັນດາໂຄງການຕ່າງໆ ໃນ ສປປລາວ.
- ອີງໃສ່ ທະບຽນວິສາຫະກິດ ໂຮງງານ ດີດວງເດດ ອົບແຫ້ງມັນຕົ້ນ ຈຳກັດ ສະບັບເລກທີ 0047/ຫຈທ ລົງວັນທີ 18/09/2013.
ຂ້າພະເຈົ້າ ທ່ານ ສົມຊາຍ ດີດວງເດດ ຜູ້ອຳນວຍການ ບໍລິສັດ ດີດວງເດດອົບແຫ້ງມັນຕົ້ນ ຈຳກັດ
ເປັນບໍລິສັດທີ່ຖຶກສະໜັບສະໜູນ ຈາກທາງລັດຖະບານ ສົ່ງເສີມທາງດ້ານກະສິກຳຄົບວົງຈອນແລະປູກຝັງລ້ຽງສັດ.
ໄດ້ຕົກລົງແຕ່ງຕັ້ງ Mrs. DOLHATAI AVERY ສັນຊາດ: ໄທ ຖືປັດສະປໍເລກທີ: AA 5089523
ທີ່ຢູ່ No. 29 PHUNGMEE 38 SUKHUMVIT 93 BANGCHAK PHAKANONG BANGKOK
10260 THAILAND. ມີໜ້າທີ່ຮັບຜິດຊອບດັ່ງນີ້ :
1. ຜູ້ທີ່ຖືກແຕ່ງຕັ້ງ ມີສິດແລະໜ້າທີ່ ພົວພັນປະສານງານຊອກຫາແຫລ່ງທຶນຈາກຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນການພັດທະນາວຽກງານໂຄງການກະສິກຳຄົບວົງຈອນ ຂອງໂຮງງານ ດີດວງເດດ ອົບແຫ້ງມັນຕົ້ນ ຈຳກັດ.
ແລະຊອກແຫລ່ງທຶນສະໜັບສະໜູນເພື່ອນຳມາພັດທະນາໂຄງການຕ່າງໆ ໃນສປປລາວ.
2. ພາຍຫັລງ ຜູ້ທີ່ຖືກແຕ່ງຕັ້ງໄດ້ປະສານງານພົວພັນກ່ຽວກັບວຽກດັ່ງກ່າວແລ້ວ ໃຫ້ມາລາຍງານທາງຜູ້ອຳນວຍການຂອງໂຄງການ.
3. ໜັງສືແຕ່ງຕັ້ງສະບັບນີ້ ສາມາດນຳໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກ່ວາສຳເລັດໂຄງການດັ່ງກ່າວ.
4. ໃຫ້ຜູ້ທີ່ຖືກແຕ່ງຕັ້ງປະຕິບັດຕາມການຕົກລົງແຕ່ງຕັ້ງສະບັບນີ້.
ສະນັ້ນ, ຈີ່ງເຮັດໜັງສືແຕ່ງຕັ້ງສະບັບນີ້ໃຫ້ຜູ້ກ່ຽວ ເພື່ອເປັນຫັລກຖານໃນການພົວພັນກັບພາກສ່ວນທີ່ກ່ຽວຂ້ອງ.
ບໍລິສັດ ດີດວງເດດ ອົບແຫ້ງມັນຕົ້ນ ຈຳກັດ
ຜູ້ອຳນວຍການ