ສະຖານທູດລາວ ທີ່ບາງກອກ ຫວນຄືນມູນ ເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 67 ປີ
27/01/2016 14:21
ສົ່ງເມວ
ພິມ
ເບິ່ງ 35
ຂປລ.ໃນຕອນຄ່ຳວັນທີ 20 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ທີ່ບາງກອກ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ, ໃຫ້ກຽດບັນລະຍາຍໂດຍ ທ່ານ ພັນເອກ ບຸນເດື່ອງ ພັນສົດໃສ, ອັກຄະລັດຖະທູດ ທີ່ປຶກສາຝ່າຍທະຫານ, ມີທ່ານ ຫລີ ບຸນຄ້ຳ ເອກອັກຄະລັດຖະທູດ, ພະນັກງານສະຖານທູດ, ຕາງໜ້ານັກສຶກສາລາວ, ພ້ອມດ້ວຍຜູ້ຕາງໜ້າສາຂາການບິນລາວ ປະຈໍາບາງກອກເຂົ້າຮ່ວມ.
ທ່ານ ພັນເອກ ບຸນເດື່ອງ ພັນສົດໃສ, ໄດ້ຫວນຄືນມູນເຊື້ອອັນພິລະອາດຫານ ຂອງກອງທັບປະຊາຊົນລາວ ໃຫ້ຄວາມສໍາຄັນເນື້ອໃນເອກະສານໂຄສະນາມູນເຊື້ອ 67 ປີ ກອງທັບປະຊາຊົນລາວ, ເປັນ ຕົ້ນ ເອກະສານຄວາມເປັນມາ ແລະ ປະຫວັດສາດ ແຫ່ງການກໍາເນີດຂອງກອງທັບປະຊາຊົນລາວ; ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ; ບາງບັ້ນຮົບທີ່ ພົ້ນເດັ່ນໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ແລະ ອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນຜົນງານ ແລະ ໄຊຊະນະໃນແຕ່ລະໄລຍະ, ກໍຄືວິລະກຳອັນລ້ຳ ເລີດອົງອາດກ້າ ຫານຂອງກຳລັງອາວຸດ, ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນການຕໍ່ສູ້, ຜົນງານອັນພົ້ນເດັ່ນຕະ ຫລອດໄລຍະ 67 ປີ ຜ່ານມາພາຍໃຕ້ການນຳພາອັນ ຖືກຕ້ອງສະຫລາດ ສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ເຊິ່ງມູນເຊື້ອດັ່ງກ່າວ ໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ນາຍ ແລະ ພົນທະຫານ ໃນກອງທັບປັດ ຈຸບັນ ເພື່ອເຝິກຝົນຫລໍ່ຫລອມຕົນເອງ ແລະ ປັບປຸງກໍ່ສ້າງກົມກອງໃຫ້ເຕີບ ໃຫຍ່ເຂັ້ມແຂງ ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ທ່ານ ພັນເອກ ບຸນເດື່ອງ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາມູນເຊື້ອອັນດີງາມ ຂອງກອງທັບປະຊາ ຊົນລາວ, ມີຄວາມຮູ້ບຸນຄຸນຕໍ່ນັກປະຕິວັດອາວຸໂສ, ປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ທີ່ຊາດມອບໝາຍໃຫ້.
ໃນໂອກາດມີຄຳເຫັນຕໍ່ພິທີອັນມີຄວາມໝາຍນີ້, ທ່ານ ຫລີ ບຸນຄ້ຳ ໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຜົນງານ ແລະ ພາລະກິດອັນໃຫ່ຍຫລວງທີ່ກອງທັບປະຊາຊົນລາວ ຍາດມາໄດ້ໃນໄລຍະ 67 ປີຜ່ານມາ. ທ່ານກ່າວວ່າ: ກອງທັບປະຊາຊົນລາວບໍ່ວ່າໃນຍາມສົງຄາມ ກໍຄືໄລຍະປົກປັກຮັກ ແລະ ສ້າງສາປະເທດຊາດ ແມ່ນໄດ້ປະກອບສ່ວນອັນສຳຄັນເພື່ອນຳຄວາມຈະເລີນຮຸ່ງເຮື່ອງ ແລະ ຄວາມສີວິໄລມາສູ່ປະເທດ.