ຂປລ.ໃນເງື່ອນໄຂເຊື່ອມໂຍງເສດຖະກິດກັບອາຊຽນ, ພາກພື້ນ ແລະ ສາກົນ ເປັນຕົ້ນ ການຄ້າຂາຍ ແລກປ່ຽນຜະລິດຕະພັນສິນຄ້າຕ່າງໆ ເຊິ່ງສປປ ລາວ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງປະຕິບັດ ຕາມມາດຕະຖານສາກົນ ໂດຍມີລະບົບການຮັບຮອງ, ຢັ້ງຢືນມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພຂອງແຕ່ລະປະເພດສິນຄ້າ ໃຫ້ສອດຄ່ອງຕາມລະບຽບມາດຕະຖານ ທີ່ກຳນົດໂດຍອົງການຈັດຕັ້ງສາກົນ. ເຊິ່ງເປັນທີ່ຍອມຮັບກັນທົ່ວໂລກ ຄື: ພືດ - ຜະລິດຕະພັນສັດ ການນຳໃຊ້ມາດຕະຖານສາກົນ ດ້ານມາດຕະການສຸຂະນາໄມພືດ ຂອງອົງການປ້ອງກັນພືດສາກົນ ເຊິ່ງແມ່ນກົມປູກຝັງ ຫລື ອົງການປ້ອງກັນພືດແຫ່ງຊາດຂອງກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຜິດ ຊອບໃນການຈັດຕັ້ງປະຕິບັດ ແລະ ສຳລັບ ອາຫານ ແມ່ນນຳໃຊ້ມາດຕະຖານ ຂອງຄະນະກຳມະການ, ກົດລະຫັດອາຫານສາກົນ ເຊິ່ງແມ່ນກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອສາມາດເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາ ກົນ ອັນເປັນວຽກງານບູລິມະສິດໜຶ່ງ ໃນແຜນພັດທະນາເສດຖະກິດ - ສັງຄົມຂອງຊາດ.
ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນອກຈາກບັນດາໜ້າວຽກດັ່ງກ່າວແລ້ວ ປັດຈຸບັນ ກົມປູກຝັງໄດ້ດຳເນີນການປັບປຸງກົດໝາຍ ວ່າດ້ວຍການປ້ອງກັນພືດ, ຄາດວ່າຈະເຂົ້າຜ່ານສະພາແຫ່ງຊາດໃນປີນີ້. ພ້ອມຈະໄດ້ຂໍການຊ່ວຍເຫລືອ ໃນກອບຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ເພື່ອປັບ ປຸງລະບົບສຸຂະນາໄມພືດຂອງລາວ ເຊັ່ນ: ໂຄງການປັບປຸງໂຄງລ່າງພື້ນຖານດ່ານກັກກັນພືດ, ປັບປຸງການສ້າງນິຕິກຳ ທີ່ພົວພັນກັບວຽກງານສຸຂະນາໄມ ແລະ ສຸຂະນາໄມພືດ, ລະບົບການກວດກາ ແລະ ຢັ້ງຢືນສຸຂະນາໄມພືດ , ການຍົກລະດັບຂີດຄວາມສາມາດດ້ານວິຊາການ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ປ້ອງກັນພືດໃນຂອບເຂດທົ່ວປະເທດໃຫ້ມີຄວາມເຂັ້ມແຂງ.
ສປປ ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ WTO ຢ່າງສົມບູນໃນປີ 2013, ສະມາຊິກຂອງອົງການປ້ອງກັນພືດສາກົນ IPPC ໃນປີ 1955 ແລະ ສາມາຊິກອາຊຽນ ASEAN ໃນປີ 1997.