ສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ X ຈາກ ສູນກາງພັກກອມມູນິດ ກູບາ
19/01/2016 13:53
ສົ່ງເມວພິມເບິ່ງ 32
ຂປລ. ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຮັບສານອວຍພອນຈາກ ສູນກາງພັກກອມມູນິດ ກູບາ ເນື່ອງໃນໂອກາດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ.
ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ພັກກອມມູນິດກູບາ ມີຄວາມປິຕິຍິນດີ ສົ່ງສານອວຍພອນມາຍັງ ພັກປະຊາຊົນປະຕິວັດລາວ. ສປປ ລາວ ແມ່ນເພື່ອນມິດທີ່ມີຄວາມສະໜິດສະໜົມຂອງກູບາ ແລະ ເປັນປະເທດອ້າຍນ້ອງທີ່ຕໍ່ສູ້ ແລະ ມີອຸດົມການດຽວກັນເຊິ່ງມີຄວາມໝາຍສຳຄັນຍີ່ງ ໃນການພົວພັນ ລະຫວ່າງສອງພັກພວກເຮົາ.
ລາວ ແລະ ກູບາ ໄດ້ຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ແລະ ສາມາດເອົາຊະນະກັບບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກໃນການຕໍ່ສູ້ຕ້ານກັບຈັກກະພັດນິຍົມ, ເພື່ອເດີນຕາມເສັ້ນທາງສັງຄົມນິຍົມ ຕາມເງື່ອນໄຂ ແລະ ປະສົບການຂອງແຕ່ລະປະເທດ. ທັງສອງປະເທດພວກເຮົາຍັງຈະຕ້ອງໄດ້ປະເຊີນໜ້າກັບສິ່ງທ້າທາຍນາໆປະການທີ່ເກີດຂື້ນໃນໂລກປະຈຸບັນ ເຊັ່ນ: ໄພຂົ່ມຂູ່ຂອງການຮຸກຮານ, ຄວາມຂັດແຍ້ງດ້ານທັດສະນະທີ່ແຕກຕ່າງກັນ, ສົງຄາມແຫ່ງການເຄື່ອນຍ້າຍ ທີ່ໄດ້ຮັບການສົ່ງເສີມຈາກຈັກກະພັດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການທຳລາຍສະພາບແວດລ້ອມ. ບັນດາປະເທດຕາເວັນຕົກ ໄດ້ສວຍໃຊ້ບັນຫາທັງໝົດເຫລົ່ານີ້ເພື່ອໂຄສະນາຊວນເຊື່ອ ເພື່ອທຳລາຍມໍລະດົກທາງວັດທະນະທຳ, ຮີດຄອງປະເພນີ ແລະ ພື້ນຖານຮາກເຫງົ້າຂອງພວກເຮົາ.
ເພາະສະນັ້ນ, ບົດບາດຂອງສອງອົງການຈັດຕັ້ງການເມືອງ ຂອງພວກເຮົາ ແມ່ນມີຄວາມໝາຍສຳຄັນຍິ່ງ ເພື່ອປົກປ້ອງ ແລະ ເສີມສ້າງຄວາມແຂງແກ່ນ ທາງດ້ານວັດທະນະທຳ ຕ້ານກັບອຳນາດ ຂອງລັດທິເສລີນິຍົມແບບໃໝ່ ແລະ ອຳນາດຂອງທຶນນິຍົມ, ໃນຂະນະດຽວກັນນັ້ນ ກໍເພື່ອປົກປ້ອງອະທິປະໄຕ ແລະ ອິດສະຫລະພາບ ຢູແຕ່ລະປະເທດຂອງພວກເຮົາ.
ຂໍອວຍພອນໄຊໃຫ້ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຈົ່ງປະສົບຜົນສຳເລັດຢ່າງໃຫຍ່ຫລວງ ເພື່ອສືບຕໍ່ນຳພາປະຊາຊົນລາວ ກ້າວໄປເຖິງໄຊນະນະໃໝ່, ຕາມເປົ້າໝາຍທີ່ຖືກຮັບຮອງໂດຍກອງປະຊຸມໃຫຍ່ ຄັ້ງທີ X ເໝືອນດັ່ງທີ່ເຄີຍໄດ້ປະຕິບັດ ນັບຕັ້ງແຕ່ພັກ ປປ ລາວ ສ້າງຕັ້ງຂື້ນຕະຫລອດໄລຍະເວລາ 61 ປີທີ່ຜ່ານມາ (ວັນທີ 22 ມີນາ 1955).
ອວຍພອນໃຫ້ຄວາມສາມັກຄີ ແລະ ການພົວພັນຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຈົ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍ ໃຫ້ງອກງາມຍີ່ງໆຂື້ນ.