ຕາມຂ່າວສານຊິນຮວາ ກອງປະຊຸມລັດຖະມົນຕີຄັ້ງທຳອິດຂອງເວທີປາໄສ ຈີນ-ປະຊາຄົມບັນດາປະເທດອາເມຣິກາລາຕີນ ແລະ ກາຣາອິບ (CELAC) ໄດ້ໄຂຂື້ນຢ່າງເປັນທາງການເມື່ອວັນທີ 8 ມັງກອນ ທີ່ນະຄອນຫຼວງປັງກິ່ງ (ຈີນ) ໂດຍມີປະທານປະເທດຈີນ ສີຈິ້ນຜິງ ປະທານາທິບໍດີ ເວເນຊູເອລາ ນິໂກລາສ ມາດູໂຣ ປະທານາທິບໍດີ ກົສຕາ ຣິກາ ລູອິສ ກີລ ເລີໂມ ປະທານາທິບໍດີ ເອກົວດໍ ຣາຟາແອລ ໂກເຣຍ ເດລ ກາໂດ ແລະ ນາຍົກລັດຖະມົນຕີ ບາຮາມາສ ເປຣີ ຄຣິສຕີ.