ຂປລ. ວັນທີ 18 ມັງກອນນີ້, ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳເອົາເຄື່ອງຊ່ວຍເຫລືອລວມມີ ເຄື່ອງບໍລິໂພກ, ພ້ອມເງິນສົດ ລວມມູນຄ່າປະມານ 12 ລ້ານກີບ ມອບໃຫ້ແກ່ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອນຳໄປຊ່ວຍເຫລືອອ້າຍນ້ອງ, ນາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ, ຫ່າງໄກສອກຫລີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ ໃນວັນທີ 20 ມັງກອນນີ້