ຊີວະປະຫວັດຫຍໍ້ຂອງທ່ານ ຈອນ ເຄຣີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ
20/01/2016 16:08
ສົ່ງເມວພິມເບິ່ງ 132
ວັນທີ 01 ກຸມພາ 2013: ເຂົ້າຮັບຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ຄົນທີ 68 ເຊິ່ງເປັນຄັ້ງທຳອິດໃນຮອບສະຕະວັດ ທີ່ສະມາຊິກສະພາສູງ ແລະ ທັງເປັນປະທານກຳມາທິການຕ່າງປະເທດ ໄດ້ດຳລົງຕຳແໜ່ງດັ່ງກ່າວ ຈົນເຖິງປັດຈຸບັນ.
ວັນເດືອນປີເກີດ: ວັນທີ 11 ທັນວາ 1943, ທີ່ລັດ ໂຄໂລຣາໂດ (Colorado), ສະຫະລັດ ອາເມລິກາ.
ຈົບການສຶກສາຈາກມະຫາວິທະຍາໄລ ເຢວ (Yale) ແລະ ຫລັງຈາກນັ້ນ ເຂົ້າຮັບໃຊ້ໃນກອງທັບ.
ເຄີຍເປັນທະຫານເຮືອໃນກອງທັບເຮືອຂອງສະຫະລັດ ອາເມລິກາ ໂດຍຮັບໃຊ້ ແລະ ເປັນຫົວໜ້າໜ່ວຍເຮືອລາດຕະເວນໄວ ຢູ່ເຂດສາມຫລ່ຽມ ແມ່ນໍ້າຂອງ ໃນການເຂົ້າຮ່ວມສົງຄາມຢູ່ ຫວຽດນາມ. ພາຍຫລັງກັບຈາກສົງຄາມໄດ້ ເຂົ້າຮ່ວມຂະ ບວນການຄັດຄ້ານການດຳເນີນສົງຄາມຢູ່ຫວຽດນາມ.
ປິ 1976: ຈົບວິຊາກົດໝາຍຈາກວິທະຍາໄລ ບອດສະຕັນ (Boston); ຫລັງຈາກນັ້ນ ເຮັດວຽກເປັນ ໄອຍະການຢູ່ Middlesex Country, ລັດ ແມັດຊາສູເຊັດ.
ປີ 1982: ໄດ້ຮັບການເລືອກຕັ້ງໃຫ້ເປັນຮອງຜູ້ວ່າການລັດ ແມັດຊາສູເຊັດ (Massachusetts) ຊຶ່ງ 2 ປີຕໍ່ມາ ໄດ້ຮັບການເລືອກຕັ້ງເປັນເປັນສະມາຊິກ ສະພາສູງ.
ປີ 2009: ເປັນປະທານກຳມາທິການຕ່າງປະເທດຂອງສະພາສູງ ສະຫະລັດ ອາເມລິກາ ຮັບຜິດຊອບວຽກງານກ່ຽວກັບທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ; ຮັບຜິດຊອບການພິຈາລະນາໃຫ້ສັດຕະຍາບັນກ່ຽວ ກັບສັນຍາສະບັບ ໃໝ່ ວ່າດ້ວຍການຄວບຄຸມອາວຸດນິວເຄຣຍ ລະຫວ່າງສະຫະລັດ ອາເມລິກາ ແລະ ຣັດເຊຍ ແລະ ບັນຫາອື່ນໆ.
ຕະຫລອດໄລຍະເວລາ 28 ປີ ທີ່ເຮັດວຽກ ຢູ່ສະພາສູງອາເມລິກາ, ທ່ານເຄີຍເປັນປະທານອະນຸກໍາມະການຕ່າງໆ ທີ່ມີບົດບາດສຳຄັນ.
ປີ 2004:ເຄີຍລົງສະໝັກຮັບເລືອກຕັ້ງ ເປັນປະທານາທິບໍດີສະຫະລັດອາເມລິກາ ໃນນາມຂອງພັກເດໂມແຄ