ຄະນະວິທະຍາສາດສັງຄົມ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງການຮຽນ-ການສອນ ສາຂາວິຊາວິທະຍາສາດສັງຄົມ ເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.
ພາກຮຽນວິຊາມີທັງໝົດ 5 ພາກຄື:
1). ພາກວິຊາ ການເມືອງ ແລະ ບໍລິຫານລັດຖະກິດ.
2). ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ
3). ພາກວິຊາ ປະຫວັດສາດ ແລະ ການຄຸ້ມຄອງມໍລະດົກ
4). ພາກວິຊາພູມີສາດ ແລະ ສາລະສົນເທດສາດ
5). ພາກວິຊາການທ່ອງທ່ຽວ ແລະ ໂຮງແຮມ