ຜູ້ນຳເຮົາຮັບສານຊົມເຊີຍ
27/01/2016 17:31
ສົ່ງເມວ
ພິມ
ເບິ່ງ 62
ຂປລ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຮັບສານຊົມເຊີຍຈາກ ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ໃນໂອກາດທີ່ໄດ້ຮັບການເລືອກຕັ້ງ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມປິຕິຊົມຊື່ນ ເມື່ອວັນທີ 22 ມັງກອນ 2016 ຜ່ານມານີ້ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ເລືອກຕັ້ງສະຫາຍດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ.
ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈທີ່ສຸດມາຍັງທ່ານ.
ການເລືອກຕັ້ງທ່ານ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວນີ້ ເປັນການເຍືອງໃຫ້ເຫັນເຖິງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ທີ່ມີຕໍ່ສະຫາຍ ໃນການຊີ້ນຳ-ນຳພາ ແລະ ພັດທະນາປະເທດຊາດ ໃຫ້ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ, ຕາມທິດທາງທີ່ໄດ້ວາງອອກ ໂດຍກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ທີ່ຜ່ານມານີ້.
ຂ້າພະເຈົ້າຂໍອວຍພອນແດ່ສະຫາຍ ຈົ່ງມີສຸຂະພະລານະໄມເຂັ້ມແຂງບໍລິບູນ ແລະ ປະສົບຜົນສຳເລັດໃໝ່ໆຍິ່ງໃຫຍ່ກວ່າເກົ່າ ໃນການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງສະຫາຍ.
ຂໍໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ມີມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ແລະ ປະຊາຊົນສອງຊາດພວກເຮົາຈົ່ງນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງຕະຫລອດໄປ.