ລັດຖະບານຮັບຮອງເອົາຍຸດທະສາດພັດທະນາ ຊັບພະຍາກອນມະນຸດ ຮອດປີ 2025
01/02/2016 13:56
ສົ່ງເມວ
ພິມ
ເບິ່ງ 96
ຂປລ. ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2016 ທີ່ໄຂຂຶ້ນ ໃນວັນທີ 27 ມັງກອນ ໂດຍການເປັນປະທານຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຮັບຮອງເອົາແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ແລະ ແຜນປະຕິບັດງານການພັດທະນາຊັບພະຍາກອນມະນຸດແຫ່ງຊາດ 2016-2020.
ເພື່ອຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວໃຫ້ປະກົດຜົນເປັນຈິງ, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງປັບປຸງຕື່ມບາງເນື້ອໃນທີ່ສຳຄັນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານເປັນຕົ້ນ ໃຫ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດ້ານດີ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ; ກວດກາ, ຄົ້ນຄວ້າ ແລະ ຄິດໄລ່ຢ່າງລະອຽດ ສໍາລັບບັນດາຕົວເລກຄາດໝາຍສູ້ຊົນຕ່າງໆ ທີ່ກຳນົດໄວ້ ໂດຍໃຫ້ສອດຄ່ອງກັບຄວາມສາມາດຕົວຈິງ, ຮັບປະກັນໃຫ້ການສ້າງຊັບພະຍາກອນມະນຸດ ມີຄວາມສອດຄ່ອງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ; ຈັດລຽງບູລິມະສິດ ໃນການພັດທະນາຊັບພະຍາກອນມະນຸດ. ໃນນັ້ນ, ໃຫ້ສຸມໃສ່ຂະແໜງການທີ່ເປັນຈຸດສຸມ; ສ້າງໃຫ້ຄົນລາວເປັນຄົນທີ່ມັກອ່ານ, ຄົ້ນຄວ້າ, ມັກຮໍ່າຮຽນໃຫ້ຫລາຍຂຶ້ນ.
ສິ່ງສຳຄັນແມ່ນຕ້ອງຍາດແຍ່ງການຊ່ວຍເຫລືອຈາກສາກົນໃຫ້ຫລາຍຂຶ້ນ, ເຮັດໃຫ້ທຸກຄອບຄົວແລະທຸກພາກສ່ວນ ໃນສັງຄົມມີສ່ວນຮ່ວມໃນການຊຸກຍູ້, ສົ່ງເສີມ ແລະ ກາຍເປັນຄວາມຮັບຜິດຊອບ ໃນການພັດທະນາຊັບພະຍາກອນມະນຸດ./.