ໃນໂອກາດດຽວກັນ ທ່ານຮອງເຈົ້າຄອງ ແຈ້ງຂ່າວໃຫ້ຮູ້ຕື່ມວ່າ: ເພື່ອກະກຽມປະຕິສັງຂອນ ພະທາດຫລວງວຽງຈັນ ອັນເປັນມິ່ງຂັວນຂອງປວງຊົນລາວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈິດໃຈໃສສັດທາ ເພື່ອສົມທົບທຶນໃນການປະຕິສັງຂອນໃນຄັ້ງນີ້. ເຊິ່ງຈະໄດ້ມີການປິຕິສັງຂອນ ນັບແຕ່ຍອດພະທາດໃຫຍ່ ແລະ ພະທາດນ້ອຍ(ທາດປະລະມີ) ອ້ອມພະທາດໃຫຍ່, ສ່ວນບໍລິເວນອື່ນໆຂອງພະທາດ ແມ່ນຈະໄດ້ທາສີຄືນໃໝ່, ພ້ອມທັງສ້ອມແປງຈຸດທີ່ເກີດຮອຍແຕກ ແລະ ລວດລາຍຕ່າງໆ ໃນບໍລິເວນອ້ອມຮອບກົມມະລຽນທີ່ເຫັນວ່າຊຸດໂຊມເກົ່າແກ່ ກໍຈະໄດ້ປັບປຸງສ້ອມແປງຄືນໃໝ່, ພ້ອມທັງຕິດຕັ້ງລະບົບໄຟສະຫວ່າງໃຫ້ມີຄວາມສວຍງາມ.