ຕາມການລາຍງານຂອງ ໜ່ວຍເຝົ້າລະວັງພະຍາດລະບາດ, ກະຊວງສາທາລະນະສຸກ ຕໍ່ນັກຂ່າວພວກເຮົາ ໃນວັນທີ 30 ກັນຍານີ້ວ່າ: ປັດຈຸບັນສະພາບການລະບາດຂອງ ພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ຢູ່ຫລາຍແຂວງ ແມ່ນຍັງມີແນວໂນ້ມເພີ່ມຂື້ນເລື້ອຍໆ, ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວ ຫຼາຍກວ່າ 3.800 ກໍລະນີ ເພີ່ມຂື້ນຈາກເດືອນຜ່ານມາ 600 ກວ່າກໍລະນີ, ໃນນັ້ນມີຜູ້ເສຍຊີວິດແລ້ວ 10 ຄົນຄື: ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອແລ້ວ ຫຼາຍກວ່າ 1.200 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 7 ຄົນ, ບໍລິຄຳໄຊຫຼາຍກວ່າ 500 ກໍລະນີ ເສຍຊີວິດ 1 ຄົນ, ຄຳມ່ວນ 500 ກວ່າກໍລະນີ, ນະຄອນຫຼວງວຽງຈັນ 440 ກວ່າກໍລະນີ ເສຍຊີວິດ 1 ຄົນ, ສະຫວັນນະເຂດ 400 ກວ່າກໍລະນີ, ສາລະວັນ 170 ກວ່າກໍລະນີ ເສຍຊີວິດ 1 ຄົນ, ອັດຕະປື 125 ກໍລະນີ, ເຊກອງ 100 ກວ່າກໍລະນີ, ຫຼວງພະບາງ 100 ກ່ວາກໍລະນີ, ແຂວງວຽງຈັນ 100 ກວ່າກໍລະນີ, ອຸດົມໄຊ 84 ກໍລະນີ, ຫຼວງນ້ຳທາ 23 ກໍລະນີ.