ຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການເປັນໜຶ່ງໃນຈຳນວນ 11 ຫ້ອງການທີ່ຂຶ້ນກັບສຳນັກງານອະທິການບໍດີ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ຮອງອະທິການບໍດີ ຕາມການມອບໝາຍຂອງອະທິການບໍດີ, ປະກອບດ້ວຍ 2 ພະແນກຄື:
1. ພະແນກຄົ້ນຄວ້າ.
2. ພະແນກວິຊາການ.
ພາລະບົດບາດ
ຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມີພາລະບົດບາດເປັນເສນາທິການໃຫ້ອະທິການບໍດີກ່ຽວກັບວຽກງານ ການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການຂອງ ມຊ.