ໂດຍພິທີດັ່ງກ່າວ, ຈະໄດ້ຈັດຂຶ້ນທີ່ເດີ່ນຫໍພະແກ້ວໃນວັນທີ 21-22 ມັງກອນນີ້ ສະນັ້ນ ຈຶ່ງແຈ້ງຂ່າວບຸນ ເຊີນຊວນມວນຊົນສາວພຸດທັງຫລາຍ ຈົ່ງຮ່ວມສ້າງບຸນກຸສົນຕັກບາດຖະຫວາຍທານ ຕາມຮີດຄອງປະເພນີ ພ້ອມນັ້ນ ກໍເພື່ອຮ່ວມສົມທົບທຶນການປະຕິສັງຂອນໃນໄລຍະ II ແລະ III ຕໍ່ໄປ. ສ່ວນການບໍລິຈາກ ແມ່ນຍັງເປີດໃຫ້ພໍ່ແມ່ປະຊາຊົນ ຮ່ວມສົມທົບທຶນໄດ້ຕະຫອດ.