ຂປລ. ໃນວັນທີ 19 ມັງກອນນີ້ ທີ່ນະຄອນຫລວງວຽງຈັນ, ທີມງານນັກສິນລະປິນຣັດເຊຍ ເຊິ່ງນໍາໂດຍ ທ່ານ Vladimir Anisimov ໄດ້ພົບປະກັບສື່ມວນຊົນ ໃນໂອກາດເດີນທາງມາເຄື່ອນໄຫວເກັບກໍາຮູບພາບຂອງບັນດາປະເທດອາຊຽນ ເຊິ່ງຈະນໍາເອົາຜົນງານດັ່ງກ່າວ ມາຈັດວາງສະແດງ ເນື່ອງໃນໂອ ກາດສາຍພົວພັນ ລະຫວ່າງ ອາຊຽນ-ຣັດເຊຍ ຄົບຮອບ 20 ປີໃນປີນີ້.