ພາສາອັງກິດເປັນພາສາໜຶ່ງທີ່ສຳຄັນໃນການຕິດຕໍ່ສື່ສານ, ທັກສະທີ່ສຳຄັນໃນການສະແຫວງຫາຄວາມຮູ້ຄື: ທັກສະການສະກົດຄຳ ດັ່ງທີ່: ວິຮຊາດ ໄຊເນດ (2549:4) ກ່າວວ່າ: ການສະກົດຄຳເປັນທັກສະສຳຄັນຕໍ່ການດຳລົງຊີວິດໃນໂລກປະຈຸບັນ ການສະກົດຄຳທີ່ສອດຄ່ອງກັບ: ພັນສີຮະທຸມສິຮິ (2549:2) ກ່າວວ່າ ທັກສະການສະກົດຄຳພາສາອັງກິດຈັດວ່າເປັນສ່ວນໜຶ່ງຂອງຊີວິດປະຈຳວັນຂອງຄົນຍຸກໃໝ່, ການສະກົດຄຳເປັນເຄື່ອງມືສຳຄັນຢ່າງຍິ່ງສຳລັບການສະແຫວງຫາຄວາມຮູ້ເພາະການສກົດຄຳຈະຊ່ວຍເສີມສ້າງຄວາມຮູ້ຄວາມຄິດຂອງຄົນໃຫ້ເພີ່ມພູນຍິ່ງຂື້ນ, ການສະກົດຄຳເປັນບົດບາດສຳຄັນໃນການຮຽນທຸກລະດັບ. ວິສາ ຈິຕວັດຣ໌ (2551:4) ກ່າວວ່າ ໃນບັນດາທັກສະພາສາອັງກິດອັນປະກອບດ້ວຍທັດສະການຟັງ, ການເວົ້າ, ການອ່ານ, ແລະ ການຂຽນນັ້ນທັດສະທີ່ຈຳເປັນທີ່ສຸດຄື: ທັກສະການສະກົດຄຳໃຊ້ໃນຊີວິດປະຈຳ. ດັ່ງນັ້ນທັກສະການສະກົດຄຳຈຶ່ງເປັນທັດສະທີ່ນັກຮຽນຕ້ອງຮຽນຮູ້ ແລະ ຄວນໄດ້ຮັບການສົ່ງເສີມເປັນຢ່າງຍິ່ງ. ອີງຕາມທິດສະດີຂອງທ່ານ ມາໂລນີ ເມັດເຕີດ