ຜູ້ນຳເຮົາຮັບສານຊົມເຊີຍ
ຂປລ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຮັບສານຊົມເຊີຍ ຈາກ ສະຫາຍ ກິມ ເຈິງອຸນ ເລຂາທິການທີໜຶ່ງພັກແຮງງານເກົາຫລີ, ໃນໂອກາດທີ່ໄດ້ຮັບການເລືອກຕັ້ງ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງສຸດໃຈມາຍັງສະຫາຍ ໃນໂອກາດທີ່ສະຫາຍໄດ້ຮັບບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.
ການທີ່ສະຫາຍໄດ້ຮັບພາລະໜ້າທີ່ອັນໜັກໜ່ວງ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະແດງໃຫ້ເຫັນເຖິງຄວາມເຊື່ອຖືໄວ້ວາງໃຈ ແລະ ຄວາມຫວັງອັນສູງຂອງບັນດາສະມາຊິກພັກພວກສະຫາຍ ແລະປະຊາຊົນລາວບັນດາເຜົ່າທີ່ມີຕໍ່ສະຫາຍ.
ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະການຮ່ວມມືອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ເຊິ່ງບັນດາອາດີດຜູ້ນຳຂອງສອງປະເທດໄດ້ກໍ່ຕັ້ງຂຶ້ນຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນກວ່າເກົ່າ ໂດຍຜ່ານການຮ່ວມກັນຕໍ່ສູ້ ເພື່ອພາລະກິດສັງຄົມນິຍົມ.
ຂໍອວຍພອນໄຊອັນປະເສີດມາຍັງສະຫາຍຈົ່ງບັນລຸຜົນສຳເລັດອັນຍິ່ງໃຫຍ່ ໃນການປະຕິບັດໜ້າທີ່ນຳພາພັກ ໃຫ້ມີຄວາມເຂັ້ມແຂງ ແລະປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.