ພະພຸດຖະສາດສະໜ່າ ບໍ່ໄດ້ສອນໃຫ້ໃຊວິທີອອນວອນ ບວງສວງສິ່ງສັກສິດ ຫຼື ການລໍຄອຍເພີ່ງແຕ່ຜູ້ອືນ ເພຶອໃຫ້ຜູ້ອຶນດົນບັນດານຫຼືຊວ່ຍເຫຼຶອ ແຕ່ສອນໃຫ້ເພິ່ງຕົນເອງຊ່ວຍຕົນເອງ ຜູ້ອື່ນແມຈະເປັນຄົນສຳຄັນຊັກພັຽງໃດ ກໍ່ເປັນເລື່ອງຂອງຜູ້ອື່ນ ຖ້າເຮົາງໍມືງໍຕິນ ບໍ່ຄິດທຳອັນໃດໃຫ້ດີງາມສໍາລັບຕົນເອງບ້າງເລີຍ ກໍ່ບໍ່ຜິດອີຫຍັງກັບຄົນຂໍທານທີ່ເບີ່ງດູສົມບັດຂອງເສດຖີດ້ວຍຄວາມກະຍີມ ງິນດີ ແຕ່ເຂົາກໍ່ຄົງຍັງເປັນຂໍທານຢູ່ນັ້ນເອງ ເມຶອໃດເຂົາພະຍາຍາມທຳມາຫາກິນ ສະສົມຊັບສົມບັດທີ່ຫາໄດ້ຍາກ ຍົກຖານະຂອງຕົນໃຫ້ສູງຂື້ນໂດຍລຳດັບ ເມຶອນັ້ນຈິ່ງຊື່ວ່າເຂົາໄດ້ປະໂຫຍດຢ່າງແທ້ຈິ່ງຈາກການເພີງຕົນເອງ.