ກົມອາຊຽນຍົກລະດັບຄວາມຮູ້ໃຫ້ພະນັກງານ ກຽມພ້ອມເປັນປະທານອາຊຽນ
12/01/2016 16:39
ສົ່ງເມວພິມເບິ່ງ 71
ຂປລ. ກົມອາຊຽນ, ກະຊວງການຕ່າງປະເທດ ຮ່ວມກັບອົງການຊ່ວຍເຫລືອ ເພື່ອການພັດທະນາສາກົນ ອາເມຣິກາ ແລະ ສຳນັກງານຜູ້ຕາງໜ້າ ສະຫະລັດອາເມຣິກາ ປະຈຳອາຊຽນ ໄດ້ຍົກລະດັບຄວາມຮູ້ຄວາມເຂົ້າໃຈໃນວຽກງານອາຊຽນ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ແລະ ກະຊວງອ້ອມຂ້າງຂຶ້ນ ໃນວັນທີ 12 ມັງກອນນີ້ ທີ່່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແລະ ທ່ານຫົວໜ້າອົງການຊ່ວຍເຫລືອ ເພື່ອການພັດທະນາສາກົນ ອາເມຣິກາ ປະຈຳພາກພື້ນອາຊີ ແລະ ສຳມະນາກອນເຂົ້າຮ່ວມ.
ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນ ກ່າວວ່າ: ການຍົກລະດັບຄວາມຮູ້ດັ່ງກ່າວ ແມ່ນຈະໄດ້ແລກປ່ຽນບົດຮຽນວຽກງານອາຊຽນ, ການຮ່ວມມືອາຊຽນກັບຄູ່ເຈລະຈາ, ການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາພາຍໃນອາຊຽນ, ການເຊື່ອມຈອດພາຍໃນ ແລະ ພາກພື້ນ, ການນຳສະເໜີຂໍ້ລິເລີ່ມ ແລະ ບູລິມະສິດຂອງອາຊຽນ, ຂັ້ນຕອນ ແລະ ພິທີການຂອງອາຊຽນ, ການຮ່ວມມືພາຍນອກ ແລະ ບັນຫາອື່ນໆ ທີ່ເປັນສິ່ງທ້າທ້າຍ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ເປັນຕົ້ນ ເລື່ອງການຄ້າມະນຸດ, ຢາເສບຕິດ, ການປ່ຽນແປງດິນຟ້າອາກາດ, ພະຍາດລະບາດຕ່າງໆ ພ້ອມທັງ ລົງເລີກການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ເຂົ້າສູ່ພາກພື້ນ ເພື່ອສ້າງຄວາມພ້ອມ ສຳລັບການເປັນປະທານອາຊຽນ ໃຫ້ເຂັ້ມແຂງຮອບດ້ານ.