ຜູ້ນຳເຮົາຮັບສານຊົມເຊີຍ
ຂປລ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຮັບສານຊົມເຊີຍຈາກ ສະຫາຍ ຣາອູນ ກາດສໂຕຣ ຣຸດສ, ເລຂາທີ່ໜຶ່ງ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ, ໃນໂອກາດທີ່ໄດ້ຮັບການເລືອກຕັ້ງ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຍິນດີສົ່ງສານຊົມເຊີຍມາຍັງສະຫາຍ ແລະ ຂໍໃຫ້ສະຫາຍຈົ່ງປະສົບຜົນສຳເລັດໃນໜ້າທີ່ໆ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ຂ້າພະເຈົ້າເຊື່ອໝັ້ນວ່າ ສອງພັກພວກເຮົາຈະສືບຕໍ່ສ້າງຄວາມເຂັ້ມແຂງໃນການພົວພັນ ແລະ ຮັດແໜ້ນຄວາມສາມັກຄີ ຖານສະຫາຍອ້າຍນ້ອງ.