ໃນໂອກາດນີ້ຄະນະສະຫະພັນແມ່ຍິງດັ່ງກ່າວ, ໄດ້ສະແດງຄວາມຮູ້ບຸນຄຸນ, ຝາກຄຳຢ້ຽມຢາມຖາມຂ່າວ ແລະ ສົ່ງພອນໄຊອັນປະເສີດ ໄປຍັງຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ, ນັກຮົບ ແລະ ສະມາຊິກຄອບຄົວທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດອັນຍິ່ງໃຫຍ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.