ສະຫລອງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 60 ປີ
17/01/2016 17:24
ສົ່ງເມວພິມເບິ່ງ 117
ຂປລ. ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີຖະແຫລງຂ່າວການກະກຽມສະເຫີມສະຫລອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 60 ປີ (ວັນທີ 1 ກຸມພາ 1956 - 1 ກຸມພາ 2016) ຂຶ້ນໃນວັນທີ 15 ມັງກອນນີ້ ທີ່ສໍານັກງານດັ່ງກ່າວ.
ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ວ່າ: ເພື່ອເປັນການປຸກລະດົມສະມາຊິກກໍາມະບານ, ກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃນທົ່ວປະເທດ ເຂົ້າຮ່ວມຂະບວນການສະເຫລີມສະຫລອງວັນດັ່ງກ່າວ ຄົບຮອບ 60 ປີຢ່າງຄຶກຄື້ນມ່ວນຊື່ນ. ເຊິ່ງຈະມີຫລາຍກິດຈະກໍາ ໃນວັນທີ 1 ກຸມພາ, ມີພິທີໂຮມຊຸມນຸມໃຫຍ່ ຢູ່ຫໍວັດທະນະທໍາແຫ່ງຊາດ, ຈັດວາງສະແດງສິນຄ້າຢູ່ສູນການຄ້າລາວ-ໄອເຕັກ ແຕ່ວັນທີ 26/1/-3/2/2016, ໂດຍຈະໄດ້ນໍາເອົາຜະລິດຕະພັນທີ່ເປັນສິນຄ້າ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານມາວາງສະແດງ ແລະ ຂາຍ, ພ້ອມນັ້ນ ຈະມີການເດີນແບບຊຸດເຄື່ອງນຸ່ງ, ຊຸດແຕ່ລະສາຂາອາຊີບຕ່າງໆ.
ໂອກາດນີ້, ທ່ານຮອງປະທານສູນກາງສະຫະພັນກໍາມະບານ ໄດ້ຮຽກຮ້ອງມາຍັງບັນດາຄະນະບໍລິຫານງານສະຫະພັນກໍາມະບານ ແລະ ສະມາຊິກກຳມະບານ ທຸກພາກສ່ວນ ພ້ອມກັນເຂົ້າຮ່ວມສ້າງຂະບວນດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ ມ່ວນຊື່ນ.