ໄດ້ຍິນແນວນີ້ລະເສຍຄວາມຮູ້ສຶກເດະ
ປັດໄຈການເຮັດວຽກຮ່ວມກັນກະຄືການໄວ້ໃຈກັນ ການບໍລິສຸດໃຈຕໍ່ກັນ.ແຕ່ກະບໍ່ຕິດອກຫລາຍຄົນກະຫລາຍຄວາມຄິດແຕ່ລະຄົນມີສິດໃນການອອກຄວາມເຫັນແຕ່ຖ້າຢາກໃຫ້ວຽກອອກມາດີກະຕ້ອງມີການປຶກສາຫາລືແລກປ່ຽນຄວາມຄິດເຫັນຕຳນິຕິຕຽນຖ້າເອົາໄປເວົ້າຫລັບຫລັງແນວນີ້ລະຈະຮູ້ຈັ່ງໃດວ່າອັນໃດດີອັນໃດບໍ່ດີອັນໃດຄວນປ່ຽນບໍ່ຄວນປ່ຽນ.ທີ່ຜ່ານມາສຸດແຕ່ຕັ້ງໃຈຢາກໃຫ້ມັນອອກມາດີແລ້ວເຮັດໄດ້ສຳນັ້ນແຫລະ! ລະຢາກຈະບອກວ່າຄັນໃຜບໍ່ໄດ້ໄປຢືນຢູ່ຈຸດໆນັ້ນນະບໍ່ຮູ້ດອກວ່າມັນເມື່ອຍສຳໃດ ກົດດັນສຳໃດຕ້ອງແບກຫາບພາລະໄວ້ຄົນດຽວຖືກດ່າກະຖືກດ່າກ່ອນຫມູ່
.ເປັນໃຜໆກະບໍ່ຢາກເຮັດດອກເຮັດໄປກະບໍ່ໄດ້ຫຍັງບໍ່ມີປະໂຫຍດຫຍັງເວລາຢູ່ກັບຄອບຄົວກະບໍ່ມີ ໄປຫລີ້ນນຳຫມູ່ກະບໍ່ໄດ້ໄປ.ລະຢາກຖາມຄືນວ່າເຈົ້າມີຄົນດຽວຫວາທຸກຄົນກະມີສີ່ງທີ່ຢາກເຮັດທຸກຄົນກະມີວຽກເຮັດຄືກັນຢາກໄປຫລີ້ນຄືກັນຫັ້ນລະ! ຮູ້ຈັກຢູ່ຫວາຄຳວ່າຫນ້າທີ່ຄວາມຮັບຜິດຊອບ!
#ອຶດອັດຢາກເວົ້າມາດົນລະຄິດວ່າຈະບໍ່ເວົ້າລະແຕ່ໄດ້ຍິນມາແນວນີ້ກະໂພດເວົ້າຢູ່ນີ້ແຫລະຈື່ງຈະຮູ້ເປີ້ນເປັນຄົນຕົງໆມີຫຍັງລະໃຫ້ເວົ້າມາດີໆລົມກັນດ້ວຍເຫດຜົນ.ເວລາຖາມລະມິດກະເລີຍບໍ່ຮູ້ທີ່ຜ່ານມາກະຂໍໂທດທີ່ເຮັດຫຍັງໃຫ້ບໍ່ພໍໃຈຫລືບັງຄັບຫລາຍເກີນໄປ ເທື່ອນັ້ນກະຄືຈະເປັນເທື່ອສຸດທ້າຍລະແຫລະຈະບໍ່ຂໍຍຸງກ່ຽວນຳອີກລະເນາະ !
#ຄົນສ່ວນຫລາຍດຽວນິມັກຄົນຕໍ່ແຫລປະຈົບປະແຈງເນາະກັນລະເມື່ອຍນຳ