ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາຕົວຈິງ ໃນການປະຕິບັດມະຕິ IX ຂອງພັກ ແລະ 30 ປີແຫ່ງການປ່ຽນແປງໃໝ່
18/01/2016 17:05
ສົ່ງເມວພິມເບິ່ງ 245
ຂປລ.ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ວັນທີ 18 ມັງກອນ 2016, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະຊາຊົນປະຕິວັດລາວໄດ້ສະຫລຸບຖອດຖອນບົດຮຽນທີ່ສຳຄັນ ຜ່ານພຶດຕິກຳຕົວຈິງໃນການຈັດ ຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໄລຍະ 5 ປີຜ່ານມາ ກໍຄື 30 ປີ ແຫ່ງການປ່ຽນແປງໃໝ່ ເຊິ່ງປະກອບມີ:
1. ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັການຂອງພັກ ຢ່າງເດັດດ່ຽວໜຽວ ແໜ້ນ, ສືບຕໍ່ເສີມຂະຫຍາຍຄວາມຄິດປະດິດສ້າງ ບົນພື້ນຖານແຫ່ງການຢຶດໝັ້ນຈຸດໝາຍສັງຄົມນິຍົມ ແລະ ຄວາມເປັນເອກະລາດແຫ່ງຊາດ, ໝູນໃຊ້ ແລະ ຂະຫຍາຍທິດສະດີມາກ-ເລນິນ, ແນວຄິດ ໄກ ສອນພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ສົບທົບກັບການຮັບເອົາສິ່ງຍອດຍິ່ງຂອງມວນມະນຸດ.
2. ໃນການພັດທະນາຕ້ອງຢຶດໝັ້ນ ຖືເອົາການພັດທະນາ ເສດຖະກິດເປັນໃຈກາງ ໂດຍຕິດ ແໜ້ນກັບການພັດທະນາສັງຄົມ, ການອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດຢືນຍົງ, ຂຸດຄົ້ນ ແລະ ນຳໃຊ້ກຳລັງແຮງທຸກພາກສ່ວນເສດຖະກິດ ເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ ຕາມກົນໄກເສດຖະກິດຕະຫລາດ ພາຍໃຕ້ການຄຸ້ມຄອງດັດສົມຂອງລັດ, ສົມທົບຢ່າງກົມກຽວ ລະຫວ່າງການພັດທະນາເສດຖະກິດ ກັບການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດ ຕິດພັນກັບການຫລຸດຜ່ອນຄວາມ ທຸກຍາກຂອງປະຊາຊົນ ແລະ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳຂອງປະ ຊາຊົນບັນດາເຜົ່າໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ, ພ້ອມກັນນັ້ນ ກໍສຸມໃສ່ພັດທະນາພື້ນຖານເສດຖະກິດແຫ່ງຊາດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢ່າງມີຈຸດສຸມໃນຂົງເຂດທີ່ປະເທດມີທ່າແຮງໄດ້ປຽບ.
3. ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຢ່າງແຂງ ແຮງຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດຕະການຍຸດທະສາດຍາວນານ. ຕ້ອງປຸກລະດົມຂະບວນ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ, ກໍ່ໃຫ້ເກີດຕົວແບບໃນການຜະລິດ ເປັນສິນຄ້າໃຫ້ນັບມື້ນັບຫລາຍ ໃຫ້ກາຍເປັນຂະບວນການຂອງມະຫາຊົນ.
4. ການເພີ່ມທະວີຄວາມເປັນປຶກແຜ່ນແໜ້ນໜາ ຂອງທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ເປັນມູນເຊື້ອ, ເປັນກຳລັງແຮງຊະນະເລີດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບ ທາງການ ເມືອງ ແລະ ຄວາມສະຫງົບ ທາງສັງຄົມຢ່າງໜັກແໜ້ນ, ຮັບປະກັນໃຫ້ແກ່ການ ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ຢ່າງໝັ້ນຄົງ.
5. ເພື່ອຮັບປະກັນໃຫ້ການພັດທະນາຖືກທິດ ມີຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມາດນຳພາ ແລະ ກຳລັງແຮງຂອງຄະນະພັກແຕ່ລະຂັ້ນ, ເຮັດໃຫ້ຄະນະພັກແຕ່ລະຂັ້ນ ມີຄວາມສາມາດໃນການຊີ້ນຳ ນຳພາການຈັດຕັ້ງຜັນຂະຫຍາຍ ແນວທາງ, ແຜນນະໂຍບາຍຂອງພັກ ອອກເປັນແຜນງານ, ໂຄງການລະອຽດຢ່າງຖືກຕ້ອງ ແລະ ທັນການ ທັງສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ່ອນ ໄປຄວບຄູ່ກັບການເສີມຂະຫຍາຍ ກຳລັງແຮງຂອງລະບົບການເມືອງຢູ່ແຕ່ລະຂັ້ນ.
6. ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ ໄປຄຽງຄູ່ກັບການຍົກສູງຄວາມເປັນແບບ ຢ່າງນຳໜ້າຕໍ່ສູ້ຂອງຖັນແຖວສະມາຊິກພັກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ໃນການຈັດຕັ້ງຂອງພັກ-ລັດ ກໍຄືຖັນແຖວສະ ມາ ຊິກພັກ-ພະນັກງານຢ່າງທັນການ, ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະເໝີ.
7. ຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວ ພັນຮ່ວມມື ກັບບັນ ດາປະເທດ ໃກ້ຄຽງ ກໍຄືບັນດາປະເທດໃນປະຊາຄົມອາຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນ, ພິເສດ ແມ່ນເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍຮ່ວມອຸດົມການສັງຄົມນິຍົມ ກັບບັນດາ ປະເທດເພື່ອນ ມິດຍຸດທະສາດ ອັນນີ້ແມ່ນປັດໄຈອັນຈຳເປັນ ແລະ ຂາດບໍ່ໄດ້ ເພື່ອສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ./.