5. ການສອນແບບເລົ່າເລື່ອງ ແມ່ນຂະບວນການຮຽນຮູ້ທີ່ຜູ່ສອນໃຫ້ຜູ້ຮຽນເກີດການຮຽນຮູ້ຕາມຈຸດປະສົງຂອງຜູ້ສອນ ໂດຍທີ່ຜູ້ສອນເລົ່າເລື່ອງເຊິ່ງເປັນເລື່ອງລາວທີ່ຕ້ອງການໃຫ້ຜູ້ຮຽນໄດ້ຮຽນຮູ້ຕາມເນື້ອໃນ ແລະ ບົດເລື່ອງທີ່ໄດ້ກຳນົດໄວ້ແຕ່ຕົ້ນຈົນຈົບ ເຊິ່ງຜູ້ຮຽນຈະຕ້ອງໄດ້ສະແດງບົດບາດສົມມຸດສົມມຸດວ່າຕົນເອງເປັນໂດຍຈະຕ້ອງສະແດງບົດບາດກາໃຊ້ພາສາ ແລະ ສະແດງສີໜ້າທ່າທາງກັບການເຄື່ອນໄຫວປະກອບການສົນທະນາຕາມບົດເລື່ອງທີ່ແຕ່ງໄວ້. ວິທີນີ້ຈະເຮັດໃຫ້ຜູ້ຮຽນມີປະສົບການ ແລະ ເຂົ້າໃຈບົດເລື່ອງໄດ້ໄວຂື້ນ.