ສະນັ້ນ, ໃນນາມຕາງໜ້າໃຫ້ອະນຸກໍາມະການປະຕິສັງຂອນພະທາດຫລວງ ຈຶ່ງຂໍເຊີນຊວນປະຊາຊົນລາວບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດໄດ້ຮ່ວມບໍລິຈາກວັດຖຸ, ເງິນຄໍາ ແລະ ປັດໄຈອື່ນໆ ຕາມສັດທາ ທີ່ຫ້ອງວ່າ ການນະຄອນຫລວງວຽງຈັນ ໄດ້ຕາມໂມງ ເວລາລັດຖະການ, ເພື່ອປະກອນສ່ວນເຂົ້າໃນການປະຕິສັງຂອນໃນຄັ້ງນີ້ ໃຫ້ມີຄວາມຮຸ່ງເຮືອງສວຍງາມ ເປັນມິງຂັວນຂອງປະຊາຊົນລາວໄປຊົ່ວກາລະນານ.