ຫໍໄອເຟລ ເປັນຫໍຄອຍທີ່ສ້າງຂື້ນຈາກແຜ່ນເຫລັກ ເປັນສິ່ງກໍສ້າງທີ່ມີຊື່ສຽງໂດ່ງດັງລະດັບໂລກແລະເປັນສັນຍະລັກຂອງປະເທດຝຮັ່ງເສດ ໂດຍຕັ້ງຕາມຊື່ສະຖາປະນິກຜູ້ທຳການອອກແບບຄື:ກຸສຕາຟ ໄອເຟລ.ຫໍໄອເຟລສຳເລັດເມື່ອປີ ຄ.ສ1889 ຊື່ງໃນຕອນນັ້ນ ເປັນຫໍຄອຍທີ່ສູງທີ່ສຸດໃນໂລກດ້ວຍຄວາມສູງກວ່າ300ແມັດ ຊື່ງທຽບໃສ່ກັບຕຶກປະມານ75ຊັ້ນ