ສາວໆຄົນໃດ ທີ່ຍັງບໍ່ໄດ້ວາງແຜນໃນການອອກເດີນທາງໄປທ່ອງທ່ຽວຕ່າງປະເທດໃນປີຜ່ານມາ , ໃນປີນີ້ລອງຂຶ້ນແຜນໄປທ່ອງທ່ຽວ ເມືອງ “ມຸມໄບ” ເຊິ່ງເປັນເມືອງຍອດນິຍົມ ທີ່ສຸດໃນໂລກ ທາງດ້ານການທ່ອງທ່ຽວ ສຳລັບປີ 2016.
ຂໍແນະນໍາສະຖານທີ່ທ່ອງທ່ຽວໃນເມືອງມຸມໄບ ຂອງປະເທດອິນເດຍ ໃຫ້ຮູ້ຈັກໜ່ອຍໜຶ່ງເນາະ! ກ່ອນອື່ນຕ້ອງໃຫ້ຮູ້ວ່າ: ເມືອງມຸມໄບ ເປັນເມືອງທີ່ມີຄວາມສໍາຄັນອີກເມືອງໜຶ່ງ ຂອງປະເທດອິນເດຍ ຕັ້ງຢູ່ແຄມທະເລ ອາຣັບ ເປັນເມືອງແຫ່ງສາຍນ້ຳ ແລະ ເປັນສູນກາງທາງເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ ພ້ອມທັງເປັນເມືອງທີ່ມີຄວາມບັນເທີງໃນທຸກຮູບແບບ ສິ່ງເຫຼົ່ານີ້ຫຼະ ທີ່ເຮັດໃຫ້ນັກທ່ອງທ່ຽວມັກມາຢ້ຽມຢາມ “ມຸມໄບ” ແບບບໍ່ຂາດໄລຍະ ເພາະໄດ້ຮັບຄວາມມ່ວນຊື່ນເພີດເພີນ ບໍ່ຊໍ້າກັນ ເປັນປະສົບການທີ່ແຕກຕ່າງ ແລະ ແປກໃໝ່