ຫ້ອງການສະພາແຫ່ງຊາດເປີດຊຸດອົບຮົມ ຄວາມຮູ້ພື້ນຖານ ການຂຽນເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນໃໝ່
20/01/2016 16:41
ສົ່ງເມວພິມເບິ່ງ 108
ຂປລ. ໃນວັນທີ 18-21 ມັງກອນນີ້ ກົມຈັດຕັ້ງພະນັກງານ ຫ້ອງວ່າການສະພາແຫ່ງຊາດ ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານກ່ຽວກັບ ການຂຽນເອກະສານ, ໄອທີ ແລະ ລະບຽບການຄຸ້ມຄອງລັດຖະກອນໃໝ່ ປະຈຳເຂດເລືອກຕັ້ງ ສູນກາງ ແລະ ທ້ອງຖິ່ນ, ທີ່ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳແພງ ວິລະພັນ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ການອົບຮົມດັ່ງກ່າວ, ເພື່ອແນໃສ່ຜັນຂະຫຍາຍທິດທາງແຜນການວຽກງານ ຂອງຫ້ອງວ່າ ການສະພາແຫ່ງຊາດ ປະຈຳປີ 2015, ທັງເປັນການຈັດຕັ້ງປະຕິບັດແຜນງານໂຄງການຈຸດສຸມຕ່າງໆ, ເພື່ອໃຫ້ເປັນເສນາທິການໃນວຽກງານສັງລວມເອກະສານ ແລະ ການສະໜອງວຽກງານໄອທີ ໃຫ້ມີປະສິດທິພາບດີຂຶ້ນ, ສ້າງຄວາມເຂັ້ມແຂງດ້ານການຂີດຂຽນເອກະສານ ທາງລັດຖະການໃຫ້ແກ່ພະນັກງານ, ເພື່ອເຮັດໃຫ້ລັດຖະກອນໃໝ່ ທີ່ບັນຈຸຊັບຊ້ອນເຂົ້າໃນຂົງເຂດວຽກງານຕ່າງໆ ຮັບຮູ້ເຂົ້າໃຈ ເປັນເອກະພາບກ່ຽວກັບ ສິດ, ໜ້າທີ່ ແລະ ພັນທະຂອງລັດຖະກອນແຫ່ງ ສປປ ລາວ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ, ກຳໄດ້ຫລັກການ, ລະບຽບການ ແລະ ສະພາບແວດລ້ອມແນ່ໃສ່ເຮັດໃຫ້ລັດຖະກອນໃໝ່ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີຄວາມຈົງຮັກພັກ ດີຕໍ່ການຈັດຕັ້ງ, ມີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ແລະ ລະບຽບການຕ່າງໆ ທີ່ຫ້ອງວ່າການສະພາແຫ່ງຊາດວາງອອກ.
ຊຸດອົບຮົມດັ່ງກ່າວ, ຈະໄດ້ຮຽນຮູ້ກ່ຽວກັບການຮ່າງບົດຄຳເຫັນ, ບົດໂອ້ລົມ, ບົດກ່າວໄຂ-ອັດກອງປະຊຸມແລະ ບົດປະກອບຄຳເຫັນໃຫ້ແກ່ການນຳ, ການສະເໜີຮ່າງແບບຟອມເອກະສານຕ່າງໆ ເຊັ່ນ: ບົດລາຍງານທົ່ວໄປ, ບົດລາຍງານເພື່ອຂໍທິດຊີ້ນຳ, ບົດສະຫລຸບຕີລາຄາການປະຕິບັດວຽກງານ, ບົດບັນທຶກ, ແຈ້ງການ, ໜັງສືສະເໜີ ແລະ ສະໂໜດນຳສົ່ງ, ການໄຫລວຽນຂໍ້ມູນຜ່ານລະບົບເຄື່ອຂ່າຍພາຍໃນສະພາແຫ່ງຊາດ; ການຄົ້ນຫາຂໍ້ມູນ-ຂ່າວສານທາງອິນເຕີເນັດ, ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຂອງຫ້ອງວ່າການສະພາແຫ່ງຊາດ, ຝຶກຝົນຫລໍ່ຫລອມຄຸນສົມບັດສິນທຳປະຕິວັດຂອງພະນັກງານ, ລະບຽບຄຸ້ມຄອງລັດຖະ ກອນແຫ່ງ ສປປ ລາວ, ຈັນຍາບັນວິຊາຊີບ ແລະ ຈັນຍາທຳ ຂອງພະນັກງານ-ລັດຖະກອນ ແລະ ມາລະຍາດທາງສັງຄົມອີກດ້ວຍ.