ວິທີການສອບທຽບ (Digital Thermometers)
ການສອບທຽບ Digital Thermometers ໃນຊ່ວງອຸນຫະພູມ 30ຜC ຫາ 100ຜC ຢູ່ໃນຫ້ອງທົດລອງ
1.ຈຸດປະສົງ.
ເປັນເອກະສານວິທີການສອບທຽບ Digital Thermometers ເພື່ອເປັນແນວທາງໃນການປະຕິບັດວຽກຂອງພະ ນັກງານ ສອບທຽບ ຫຼືຜູ້ທີ່ກ່ຽວຂ້ອງໃນການສອບທຽບ Digital Thermometers ໃຫ້ເປັນມາດຕະຖານດຽວກັນ.
2.ຂອບເຂດຂອງການສອບທຽບ.
ໃນຊ່ວງອຸນຫະພູມ 30ຜC ຫາ 100ຜC .
3.ວິທີໃນການສອບທຽບ.
ເປັນການປຽບທຽບກັບແມ່ແບບມາດຕະຖານ.
4.ຄ່າມາດຕະຖານຈາກບໍລິສັດຜູ້ຜະລິດ.
(0.30.005[t])
[t]= modulus of temperature in degrees Celsius without regard to sign.
5.ອຸປະກອນທີ່ໃຊ້ໃນການສອບທຽບ.
5.1 Bath CALIBRATOR Model ISOTECH 915 S/N 2Z/6631 ( 30ຜC to 100ຜC)
5.2 STANDARD PRT S/N 909H/027 ຫຼື ທຽບເທົ່າ ແລະ ດີກ່ວາຍິ່ງດີ.
5.3 STANDARD INDICATOR DMM Model Fluke 8846A ຫຼືທຽບເທົ່າ ແລະ ດີກ່ວາຍິ່ງດີ.
5.4 ອຸປະກອນທີ່ໃຊ້ສຳລັບຈັບ RTD ( ໃຊ້ເວລາຂະໜາດຂອງRTD ມີຄວາມຍາວກ່ວາຄວາມເລີກຂອງ Insert )
5.5 ອຸປະກອນທີ່ໃຊ້ສຳລັບຈັບ Digital Thermometers (ໃຊ້ເວລາຂະໜາດຂອງ Digital Thermometers ມີຄວາມຍາວກ່ວາຄວາມເລີກຂອງ Insert).
5.6 ເຫຼົ້າພິເສດ(ເຫຼົ້າ100), ນ້ຳສະອາດ.
5.7 ຕູ້ເພີມຄວາມເຢັນ.
6.ສະພາບແວດລ້ອມໃນເວລສອບທຽບ
6.1.ອຸນຫະພູມຂອງຫ້ອງ 25ຜC 5ຜC.
6.2.ຄວາມຊຸ່ມໃນຫ້ອງສອບທຽບ 55% 10%.
7.ການກະກຽມກ່ອນການສອບທຽບ.
7.1.ນຳເອົາເຄື່ອງມືທີ່ຈະນຳມາສອບທຽບ(ເຄື່ອງຂອງລູກຄ້າ)ເກັບໄວ້ໃນຫ້ອງສອບທຽບຢ່າງໜ້ອຍ24ຊົ່ວໂມງ.
7.2.ກວດສອບສະພາບຂອງເຄື່ອງມືວ່າມີບ່ອນຜິດປົກກະຕິຫຼືບໍ່.
7.3 ເປີດສະວິກໄຟ ຂອງ Bath Calibrator ໄວ້ກ່ອນການກວດທຽບຢ່າງໜ້ອຍ 45 ນາທີ.