ເມືອງຮົ່ມ ກຽມຄວາມພ້ອມບັ້ນປ່ອນບັດເລືອກ ຕັ້ງສະພາແຫ່ງຊາດຊຸດທີ VIII
27/01/2016 15:42
ສົ່ງເມວ
ພິມ
ເບິ່ງ 51
ຂປລ. ຄະນະພັກ, ອໍານາດການປົກຄອງເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມແນະນໍາການເກັບກໍາສະຖິຕິເພື່ອກະກຽມ ໃຫ້ແກ່ການປ່ອນບັດເລືອກຕັ້ງ ສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ມັງກອນ 2016 ນີ້, ພ້ອມທັງເຫັນດີຕົກລົງແຕ່ງຕັ້ງ ຄະນະກຳມະການຊ່ວຍວຽກທັງໝົດ 64 ທ່ານໃນນີ້ໄດ້ຈັດຄະນະຮັບຜິດຊອບ ໜ້າທີ່ຂອງແຕ່ລະທ່ານຄື: ຄະນະຮັບຜິດຊອບເສດຖະກິດມີ 4 ທ່ານ, ຄະນະຮັບຜິດຊອບເນື້ອໃນເກັບກຳຂໍ້ມູນ (ກອງເລຂາ) ມີ 7 ທ່ານ, ຄະນະຮັບ ຜິດຊອບປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີ 8 ທ່ານ, ຄະນະຮັບຜິດຊອບການ ລົງເກັບກຳຕົວຈິງຢູ່ແຕ່ລະບ້ານທົ່ວ 13 ບ້ານພາຍໃນເມືອງຮົ່ມມີ 45 ທ່ານ.
ການເກັບກຳສະຖິຕິ ຂອງພົນລະເມືອງຜູ້ທີ່ມີສິດ ປ່ອນບັດເລືອກຕັ້ງ ແມ່ນຕ້ອງຖືກຕ້ອງ ຕາມຄວາມເປັນຈິງ, ຄົບຖ້ວນ, ເທດເໝາະກັບສະພາບຕົວຈິງ, ຮັດກຸມ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ໂດຍບໍ່ຈຳແນກເພດ, ເຜົ່າ, ການເຊື່ອຖື, ຖານະໃນສັງຄົມ, ທີ່ຕັ້ງພູມລຳເນົາ, ວິຊາອາຊີບ ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ຍົກເວັ້ນຜູ້ເປັນບ້າເສຍຈິດ ແລະ ພ້ອມທັງໄດ້ກຳນົດໄລຍະເວລາ ລົງຈັດຕັ້ງປະຕິບັດ 6 ວັນເຕັມ ໂດຍເລີ່ມແຕ່ວັນທີ 25 ມັງກອນ 2016 ຈົນເຖິງ ວັນທີ 30 ມັງກອນ 2016 ໃຫ້ເກັບກຳສະຖິຕິຜູ້ທີ່ມີສິດ ປ່ອນບັດໃຫ້ສຳເລັດທົ່ວເມືອງຮົ່ມ.