ກະຊວງວິທະຍາສາດ-ເຕັກໂນໂລຊີ ເຊື່ອມຊຶມ 2 ເອກະສານສໍາຄັນຂອງຊາດ
28/01/2016 15:57
ສົ່ງເມວພິມເບິ່ງ 83
ຂປລ. ວັນທີ 28 ມັງກອນນີ້, ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດປາຖະກະຖາ 2 ເອກະສານສໍາຄັນຂອງຊາດ ຄື: ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 67 ປີ (20/1949 - 20/2016) ແລະ ການເຂົ້າຮ່ວມປະຊາຄົມອາຊຽນ ເພື່ອໃຫ້ພະນັກງານລັດຖະກອນ ກໍຄື ຄົນລຸ້ນໜຸ່ມຂອງ ກວຕ ຮູ້ເຖິງຂະບວນວິວັດການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ ແລະ ຮັບຮູ້ກ່ຽວກັບປະຫວັດຄວາມເປັນມາ, ການກະກຽມຄວາມພ້ອມສິ່ງເອື້ອອໍານວຍ ແລະ ສິ່ງທ້າທາຍ ໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ. ໂດຍມີທ່ານ ຫຸມພັນ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຄະນະນຳ ແລະ ພະນັກງານລັດຖະກອນພາຍໃນກະຊວງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພຈວ ຄໍາຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກຳເນີດຂອງກອງທັບປະຊາຊົນລາວ ໃນໄລຍະແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດໃນເມື່ອກອ່ນ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ. ໂດຍສະເພາະຜົນງານອັນໃຫຍ່ຫລວງທີ່ກອງທັບຍາດໄດ້ຕະຫລອດໄລຍະ 67 ປີຜ່ານມາ ກອງທັບປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງ ທັງດ້ານປະລິມານ ແລະ ຄຸນນະພາບ, ໄດ້ສ້າງຕັ້ງເປັນຫລາຍກອງພັນ ແລະ ຫລາຍເຫລົ່າຮົບໄດ້ເປັນເຈົ້າການປະຕິບັດ 2 ໜ້າທີ່ຍຸດທະສາດ ເພື່ອໃຫ້ແທດເໝາະ ກັບໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງຕົນ ອອກແຮງປັບປຸງກໍ່ສ້າງກຳລັງໃນທຸກດ້ານ, ເປັນເຈົ້າການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຍາມໃດກໍເຊີດຊູສິຕິລະວັງຕົວ, ຝຶກແອບຮ່ຳຮຽນກຽມພ້ອມສູ້ຮົບເປັນກຳລັງຫລັກແຫລ່ງສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍຂອງພວກອິດທິກຳລັງປໍລະປັກ ທີ່ຫວັງມ້າງເພທຳລາຍເກາະຜິດ ດ້ວຍອາວຸດບຽດຢຶດຊາຍ-ແດນໄດ້ຢ່າງທັນການຫລາຍຄັ້ງ ແລະ ອື່ນໆ.
ທ່ານ ຫຸມພັນ ອິນທິລາດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງການເຂົ້າເປັນສະມາຊິກອາຊຽນ ກໍຄື ການເຂົ້າຮ່ວມສ້າງປະຊາຄົມເສດຖະກິດອາຊຽນ ສໍາລັບສປປ ລາວ ແມ່ນສອດຄ່ອງກັບນະໂຍບາຍຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່່ວມມື ທັງແມ່ນຄວາມຈໍາເປັນພາວະວິໄສໃນຍຸກໂລກາພິວັດ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທີ່ເອື້ອອໍານວຍ ໃຫ້ແກ່ການຍາດແຍ່ງເອົາທ່າແຮງຂອງຍຸກສະໄໝ ມາສົມທົບກັບທ່າແຮງພາຍໃນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງການເຂົ້າປະຊາຄົມອາຊຽນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ສະນັ້ນ, ການເຄື່ອນໄຫວອາຊຽນພວກເຮົາຈະຕ້ອງໄດ້ສູ້ຊົນ, ເດັດດ່ຽວ ແລະ ຍາດແຍ່ງເອົາຜົນປະໂຫຍດອັນສູງສົ່ງ ເຊິ່ງອັນສໍາຄັນທີ່ສຸດແມ່ນຕ້ອງເປັນເຈົ້າການ, ມີຄວາມສະດຸ້ງໄວ, ຢຶດໝັ້ນໃນຍຸດທະສາດແຕ່ນີ້ມນວນ ດ້ານຍຸດໂທບາຍ ເພື່ອປົກປ້ອງສິດຜົນປະໂຫຍດຂອງປະເທດເຮົາ./.