ມອບ-ຮັບໜ້າທີ່ປະທານແນວລາວສ້າງ ຊາດຜູ້ເກົ່າ ແລະ ຜູ້ໃໝ່
ຂປລ. ວັນທີ 11 ມັງກອນ 2016 ນີ້, ຢູ່ແຂວງສະຫວັນນະເຂດ, ໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຫວັນຄຳ ອິນທິຈັກ ປະທານແນວລາວສ້າງຊາດແຂວງຄົນເກົ່າ ແລະ ທ່ານ ສົມເພັດ ອິນທະທິລາດ ຄະນະປະຈຳພັກແຂວງ ມາຮັບໜ້າທີ່ເປັນປະທານແນວລາວສ້າງຊາດແຂວງຄົນໃໝ່ ໄດ້ຈັດຂຶ້ນໃນໂອກາດດຳເນີນ ກອງປະຊຸມຄົບຄະນະກຳມະການແນວລາວສ້າງຊາດ ແຂວງສະຫວັນນະເຂດ ຄັ້ງທີ 4 ສະໄໝທີVI.