ຮອງປະທານສະພາແຫ່ງຊາດຕ້ອນຮັບ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ແລະ ກໍາປູເຈຍ
ຂປລ. ໃນວັນທີ 12 ມັງກອນນີ້ ຢູ່ສະພາແຫ່ງຊາດ ທ່ານ ດຣ.ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບ ຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ຣາຊະອານາຈັກ ກໍາປູເຈຍ ນໍາໂດຍ ທ່ານ ຫງວຽນ ວັນຕຽນ ສະມາຊິກສະພາແຫ່ງຊາດ, ຮອງປະທານກໍາມະທິການວັດທະນະທໍາ-ສັງຄົມ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມສໍາມະນາແລກປ່ຽນບົດຮຽນ ກ່ຽວກັບ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ນະໂຍບາຍກ່ຽວຂ້ອງ ຢູ່ ສປປ ລາວ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈ ພ້ອມທັງຕີລາຄາສູງ ຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອົງການນິຕິບັນຍັດຂອງສາມປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກາຍເປັນແຮງຊຸກດັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງກັບປະຊາຄົມເສດຖະກິດ ແລະ ເສົາຄໍ້າອື່ນໆ ຂອງອາຊຽນ ເຮັດໃຫ້ຂົງເຂດສາມປະເທດ ຫລຸດຜ່ອນຄວາມສ່ຽງ ແລະ ຄວາມເສຍຫາຍ ຈາກສາເຫດກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້າ.
ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ວັນຕຽນ ໄດ້ຕາງໜ້າຄະນະ, ສະແດງຄວາມຂອບໃຈຕໍ່ທ່ານ ຮອງປະທານສະພາແຫ່ງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ແຈ້ງຜົນການມາເຮັດວຽກໃນຄັ້ງນີ້ ໃຫ້ທ່ານຮອງປະທານສະພາແຫ່ງຊາດໄດ້ຮັບຊາບ./.