7. ການສອນແບບສົນທະນາ ແມ່ນໃຫ້ນັກຮຽນສຶກສາຄວ້າ ເອົາຄວາມຮູ້ດ້ວຍຕົນເອງຕາມທີ່ຄູຈັດວາງໄວ້ເປັນຊຸດການສອນການຮຽນຢູ່ຫ້ອງຮຽນທີ່ມີຫຼາຍກຸ່ມ. ເພື່ອໃຫ້ນັກຮຽນໄດ້ປະສົບການດ້ວຍຕົນເອງເຮັດກິດຈະກຳໃຫ້ທຸກກຸ່ມຕາມການດູແລຂອງຄູ. ຈຸດປະສົງຂອງການສອນແບບສົນທະນາ ແມ່ນໃຫ້ນັກຮຽນເຮັດວຽກເປັນໝູ່ຄະນະສົນທະນາກ່ຽວກັບຫົວຂໍ້ທີ່ຄູກຳນົດໄວ້ ໂດຍມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ກຸ່ມຫຼາຍຂື້ນ ມີຄວາມກ້າຫານປະກອບຄວາມຄິດຄວາມເຫັນພາຍໃນກຸ່ມ ແລະ ຜູ້ສອນຕ້ອງກົດນົດເວລາການສົນທະນາໃຫ້ເໝາະສົມກັບແຕ່ລະກິດຈະກຳ