ເປັນທະນາຄານມະຫາຊົນດຳເນີນການເຄື່ອນໄຫວວຽກງານພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ, ທະນາຄານແຫ່ງ ສປປລາວ. ທຄຕລ ພວກເຮົາມີຄວາມມຸ່ງໝັ້ນໃນການສ້າງປະໂຫຍດໃຫ້ແກ່ລູກຄ້າ ແລະ ປະກອບສ່ວນເຂົ້າໃນນະໂຍບາຍເສດຖະກິດຂອງລັດຖະບານໃນການປັບປຸງ, ພັດທະນາ, ສ້າງຄວາມທັນສະໄໝ ແລະ ຂະຫຍາຍການບໍລິການໃຫ້ທັງພາຍໃນ ແລະ ຕ່າງປະເທດ. ປະຈຸບັນການບໍລິການຂອງ ທຄຕລ ແມ່ນປະກອບດ້ວຍ: ການບໍລິການດ້ານເງິນຝາກ, ເງິນກູ້, ອອກໃບຮັບປະກັນຈາກທະນາຄານ, ຊຳລະສະສາງທັງພາຍໃນ ແລະຕ່າງປະເທດ, ແລກປ່ຽນເງິນຕາຕ່າງປະເທດ,ບໍລິການບັດ ເອທີເອັມ, ບໍລິການບັດເຄຼດິດສາກົນ, ການບໍລິການຜ່ານໂທລະສັບມືຖື,ອິນເຕີເນັດ ແລະອື່ນໆ. ປະຈຸບັນ ທຄຕລ ມີ 19 ສາຂາ, 75 ໜ່ວຍບໍລິການ, 15 ຫ້ອງແລກປ່ຽນ ແລະ ມີຫຼາຍ 100 ກວ່າທະນາຄານຕົວແທນໃນໂລກ.