ແຈ້ງການຂອງກະຊວງການຕ່າງປະເທດ
20/01/2016 15:59
ສົ່ງເມວພິມເບິ່ງ 110
ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ເຄຣີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 24-25 ມັງກອນ 2016 ເພື່ອເສີມຂະຫຍາຍການພົວພັນ ແລະ ຮ່ວມມືລະຫວ່າງ ສອງປະເທດ ສປປ ລາວ ແລະ ສະຫະລັດ ອາເມລິກາ.