ຂປລ. ເກີດເຫດແຜນດິນໄຫວວັດແຮງສັ່ນສະເທືອນໄດ້ 3,8 ຣິກເຕີ 2 ຄັ້ງຢູ່ແຂວງຫລວງນໍ້າທາໃນວັນທີ 14 ມັງກອນນີ້ ໂຊກດີບໍ່ມີຜູ້ໃດເສຍຊີວິດ ແລະ ບາດເຈັບ ຂະນະທີ່ກອງເລຂາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງຫລວງນໍ້າທາລາຍງານວ່າແຜນດິນໄຫວມີສັນຍານໃຫ້ເຫັນ ນັບແຕ່ປີ 2015-2016 ແຕ່ບໍ່ເຖິງຂັ້ນຮຸນແຮງ.
ເຈົ້າໜ້າທີ່ສະເພາະກິດ ຈາກກອງເລຂາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຂວງຫລວງນໍ້າທາໄດ້ລາຍງານຕໍ່ສໍານັກຂ່າວສານປະເທດລາວໃນວັນທີ 15 ມັງກອນນີ້ວ່າ: ເຫດແຜນດິນໄຫວ 3,8 ຣິກເຕີ 2 ຄັ້ງຄື: ເວລາ 9:30 ໂມງຕອນເຊົ້າ ແລະ 22:00 ໂມງຕອນແລງຂອງວັນທີ 14 ມັງກອນນີ້ ໂດຍມີຈຸດໃຈກາງໃກ້ກັບບ້ານນໍ້າປີກ ເມືອງຫລວງນໍ້າທາ. ແນວໃດກໍດີ ເຫດແຜນດິນໄຫວຄັ້ງນີ້ການສັ່ນສະເທືອນບໍ່ແຮງ ແລະ ກໍບໍ່ແມ່ນເກີດຂຶ້ນເປັນຄັ້ງທໍາອິດເພາະປີ 2015 ຜ່ານມາກໍມີເຫດແຜນດິນໄຫວແບບນີ້ມາແລ້ວເຊັ່ນກັນ.
ຂະນະທີ່ເຈົ້າໜ້າສະເພາະກິດຊີ້ແຈງວ່າ: ໄດ້ມີຫລັກຖານຂໍ້ມູນແຜນດິນໄຫວເບື້ອງຕົ້ນເປັນແລວເຊື່ອມຕໍ່ໃສ່ເຂດຊາຍແດນລະຫວ່າງ ສປປ ລາວ, ມຽນມາ ແລະ ໄທ ສະນັ້ນຮຽກຮ້ອງບໍ່ໃຫ້ປະຊາຊົນ, ຫົວໜ່ວຍທຸລະກິດ ແລະ ຜູ້ຮັບເໝົາກໍ່ສ້າງບໍ່ຄວນປະໝາດໃນການໃຊ້ຊີວິດ ໂດຍສະເພາະການກໍ່ສ້າງອາຄານ, ເຮືອນ, ສູນການຄ້າ ແລະ ອື່ນໆຕ້ອງຄໍານຶງເຖິງມາດຕະຖານ ແລະ ຄວາມແໜ້ນໜາໄວ້ແຕ່ຫົວທີ, ນອກຈາກນັ້ນ ພວກເຮົາຕ້ອງໄດ້ເຜີຍແຜ່ຂໍ້ມູນຂ່າວສານ ແລະ ຝຶກອົບຮົມໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄັກແນ່ວິທີປ້ອງກັນ ແລະ ການເອົາໂຕລອດໃນກໍລະນີເຫດການນີ້ເກີດຂຶ້ນຮ້າຍແຮງ.
ນາງ ໝີນ້ອຍ ປະຊາຊົນແຂວງຫລວງນໍ້າທາບອກກັບນັກຂ່າວວ່າ: ປະມານ 22 ໂມງແລງ ຂອງວັນທີ 14 ມັງກອນ ຂະນະທີ່ຕົນເອງພວມນັ່ງກິນເຂົ້າ ປະກົດເຫັນໂຕະສັ່ນເປັນບາດໆຫລາຍຄັ້ງ ແຕ່ຕົນເອງຄິດວ່າມີການກໍ່ສ້າງອັນໃດອັນໜຶ່ງ ແລະ ເວລາຕໍ່ມາຈຶ່ງຮູ້ວ່າແຜນດິນໄຫວ, ນາງ ໝີນ້ອຍເວົ້າວ່າ: ສະເພາະແຂວງຫລວງນໍ້າທາ ເຄີຍມີເຫດແຜນດິນໄຫວເກີດຂຶ້ນມາແລ້ວຫລາຍຄັ້ງແຕ່ບໍ່ແຮງ.