ຫ້ອງວ່າການລັດຖະບານຍົກສູງ ບົດບາດເປັນເສນາທິການຮັບໃຊ້ທີ່ດີ
20/01/2016 16:15
ສົ່ງເມວພິມເບິ່ງ 81
ຂປລ. ຫ້ອງວ່າການລັດຖະບານ ໄດ້ຍົກສູງບົດບາດການເປັນເສນາທິການ, ການປະສານງານ ແລະ ການຮັບໃຊ້ທີ່ດີ ໃຫ້ແກ່ລັດຖະບານ ແລະ ນາຍົກລັດຖະມົນຕີ ໃນການອຳນວຍ, ຄວບຄຸມການເຄື່ອນໄຫວຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ; ຊ່ວຍວຽກນາຍົກ, ຮອງນາຍົກລັດຖະມົນຕີ ໃນການບໍລິຫານບັນຊາວຽກງານລວມ ແລະ ປະສານສົມທົບກັບບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນສ້າງ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດລະບຽບແບບແຜນການເຮັດວຽກ ແລະ ແຜນການເຄື່ອນໄຫວວຽກງານຂອງລັດຖະບານ.
ສະຫາຍ ສອນໄຊ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກຫ້ອງວ່າການລັດຖະບານ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ປະຊາຊົນປະຕິວັດລາວ ກ່ຽວກັບຍົກສູງບົດບາດການເປັນເສນາທິການ, ການປະສານງານ ແລະ ການບໍລິການຮັບໃຊ້ທີ່ດີ ໃນວັນທີ 19 ມັງກອນນີ້ ໂດຍໄດ້ຍົກໃຫ້ເຫັນວ່າ: ໃນ 5 ປີຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ຂອງກົມການເມືອງສູນກາງພັກ, ຄະນະພັກຫ້ອງວ່າການລັດຖະບານໄດ້ມີຜົນສຳເລັດ ໃນການເປັນ ເສນາທິການ, ປະສານງານ ແລະ ການບໍລິການຮັບໃຊ້ທີ່ດີ ດ້ວຍການເອົາໃຈໃສ່ຊີ້ນຳການບຸກທະລຸ ດ້ານຈິນຕະນາການ ໂດຍສຸມໃສ່ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ບັນດາມະຕິຂອງສູນກາງພັກ ສະໄໝທີ IX ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VII ເປັນແຜນເຄື່ອນໄຫວປະຈໍາປີ; ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ກົດໝາຍ, ດຳລັດ, ມະຕິ, ຄຳສັ່ງຂອງລັດຖະບານ ເປັນຕົ້ນການແກ້ໄຂໜີ້ຄຸມເຄືອ, ໂຄງການນອກແຜນ, ບັນຫາໄມ້, ທີ່ດິນ, ບໍ່ແຮ່, ປະກົດການຫຍໍ້ທໍ້, ພະຍາດລະບາດ, ບັນຫາເຄັ່ງຮ້ອນ ແລະ ອື່ນໆ; ເອົາໃຈໃສ່ປັບປຸງກົນໄກກໍຄື ລະບອບລະບຽບການປະສານງານ, ການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຂຶ້ນແຜນການ ເຄື່ອນໄຫວຂອງນາຍົກ, ຮອງນາຍົກລັດຖະມົນຕີ ກັບແຜນການເຄື່ອນໄຫວຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃຫ້ມີຄວາມ ກົມກຽວດີຂຶ້ນ; ປະຕິບັດລະບອບສ່ອງແສງລາຍງານ, ທັງເຜີຍແຜ່ແນະນຳມະຕິກອງປະຊຸມລັດຖະບານ, ຄຳເຫັນຊີ້ນຳຂອງຂັ້ນເທິງ ປະຈຳເດືອນ ເພື່ອໃຫ້ບັນດາ ຂະແໜງການ ຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງທັນການ.
ພ້ອມກັນນີ້, ຍັງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານວິທີການ, ຄວາມປອດໄພ, ງົບປະມານໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ຄະນະກຳມະການທີ່ສັງກັດ ຢູ່ຫ້ອງວ່າການລັດຖະບານ ໃນການດຳເນີນກອງປະຊຸມສຳຄັນຕ່າງໆ ໂດຍເນັ້ນການປະຕິບັດ ນະໂຍບາຍປະຢັດ, ຕ້ານການຟູມເຟືອຍ ແລະ ອື່ນໆ