ລັດວິສາຫະກິດໄຟຟ້າລາວ (ຟຟລ) ສ້າງຕັ້ງຂື້ນ ໃນວັນທີ 18 ທັນວາ 1961 ເຊິ່ງແມ່ນຫົວໜ່ວຍທຸລະກິດຂອງລັດ ທີ່ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິ ການ ແລະ ພັດທະນາ ພະລັງງານ ໄຟຟ້າຕາມແນວ ທາງຂອງພັກ ແລະ ກົດໝາຍຂອງລັດ-ກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ ຜູ້ຊົມ ໃຊ້ໄຟຟ້າທັງພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າການພັດທະນາ ເສດຖະກິດ-ສັງຄົມທີ່ພັກແລະລັດວາງ ອອກ – ສົ່ງກະແສໄຟຟ້າອອກນອກ ປະເທດເພື່ອສ້າງ ລາຍຮັບເປັນເງີນຕາ ໃຫ້ແກ່ປະເທດຊາດ.