ທ່ານ Vladimir Anisimov ໃຫ້ຮູ້ວ່າ: ໃນປີ 2016 ນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ເຊິ່ງຈະຈັດໃຫ້ມີການວາງສະແດງຮູບພາບຂອງບັນດາປະເທດອາຊຽນ ຢູ່ສູນວັດທະນະທໍາຣັດເຊຍ ເນື່ອງໃນໂອກາດສາຍພົວພັນ ລະຫວ່າງ ອາຊຽນ-ຣັດເຊຍ ຄົບຮອບ 20 ປີ. ຮູບພາບທີ່ທາງ ທີມງານໄດ້ມາເຄື່ອນໄຫວເກັບກໍາຢູ່ ສປປ ລາວ ຄື: ຢູ່ນະຄອນຫລວງວຽງຈັນ ແລະ ຫລວງພະບາງ ລວມທັງໝົດມີຫລາຍ 70 ພາບ, ຈໍານວນພາບດັ່ງກ່າວ ແມ່ນໄດ້ສ່ອງແສງໃຫ້ເຫັນເຖິງວັດທະນະທໍາ, ວິທີການດໍາລົງຊີວິດຂອງປະຊາຊົນບັນເຜົ່າລາວເຮົາ. ເຊິ່ງໄດ້ໃຊ້ເວລາ 9 ມື້ ໃນການວາດຮູບພາບໃນຄັ້ງນີ້.