ມື້ນີ້ ວັນທີ 22 ມິຖຸນາ 2016 ເປັນມື້ທີສີ່ (ມື້ສຸດທ້າຍ) ຂອງການອົບຮົມພາສາລາວຢູ່ມະຫາວິທຍາໄລຣາຊພັດສວນນຸນັນທາ ບາງກອກ ຂ້າພະເຈົ້າໄດ້ສອນໃຫ້ເຂົາເຈົ້າໄດ້ເຝິກທັງການຟັງ ເວົ້າ ຂຽນແລະອ່ານ ນອກຈາກອ່ານເອກະສານຕ່າງໆ ແລ້ວ ຍັງໄດ້ໃຫ້ອ່ານໂດລາເອມອນພາສາລາວ ພໍເຂົາເຈົ້າຮູ້ວິທີອ່ານແລະອ່ານໄດ້ແລ້ວ ກໍພາກັນຫົວຊົມແຊວມ່ວນຊື່ນ ຂໍຂອບໃຈທຸກພາກສ່ວນທີ່ໄດ້ຍົກສູງພາສາລາວໃນເທື່ອນີ້