ນອກຈາກນັ້ນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຍັງໄດ້ຮ່ວມທຶນກັບທະນາຄານລົງທຶນ ແລະ ພັດທະນາຫວຽດນາມສ້າງຕັ້ງທະນາຄານທຸລະກິດລາວ-ຫວຽດ ຂຶ້ນໃນວັນທີ 22 ມິຖຸນາ 1999, ສ້າງຕັ້ງບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດຂຶ້ນໃນປີ 2008 ແລະ ໃນປີ 2010 ໄດ້ຮ່ວມທຶນກັບທະນາຄານ BRED BANK ຂອງຝຣັ່ງສ້າງຕັ້ງທະນາຄານຮ່ວມທຸລະກິດລາວ-ຝຣັ່ງ (BFL) ແລະ ຮ່ວມທຶນກັບບໍລິສັດຫຼັກຊັບ KTZMICO ຂອງປະເທດໄທສ້າງຕັ້ງບໍລິສັດ BCEL-KT (ທຄຕລ-ກຣຸງໄທ) ໃນປີ 2011. ພ້ອມນັ້ນ ໃນ 2014 ປີໄດ້ຮ່ວມທຶນກັບທະນາຄານຟູດຽນສ້າງຕັ້ງທະນາຄານ-ລາວຈີນ.