ມື້ທີ 3 ຂອງການດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ
20/01/2016 14:26
ສົ່ງເມວພິມເບິ່ງ 214
ຂປລ. ໃນວັນທີ 20 ມັງກອນນີ້ ເຊິ່ງເປັນມື້ທີສາມ ຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ຕາມວາລະກອງປະຊຸມ ສະຫາຍ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ ໄດ້ຕາງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ສະເໜີ ຮ່າງກົດລະບຽບ ຂອງພັກສະບັບປັບປຸງໃໝ່. ຈາກນັ້ນ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ໄດ້ສະເໜີ ບົດສຳຫລວດຂອງ ຄະນະບໍລິຫານງານ ສູນກາງພັກ ສະໄໝທີ IX ຕະຫລອດໄລຍະ 5 ປີຜ່ານມາ ໂດຍສະເພາະ ແມ່ນການຊີ້ນຳ-ນຳພາ ຈັດຕັ້ງຜັນຂະຫຍາຍມະຕິ IX ຂອງພັກ ເຂົ້າສູ່ວຽກງານຕົວຈິງ ເຊິ່ງອັນພົ້ນເດັ່ນ ແມ່ນປະເທດຊາດ ມີຄວາມເປັນເອກະລາດ, ອຳນາດອະທິປະໄຕ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດແຫ່ງຊາດ ຂະຫຍາຍຕົວດ້ວຍຈັງຫວະໄວ, ຕໍ່ເນື່ອງ ແລະ ດຳເນີນໄປຢ່າງຖືກທິດ. ບັນຫາສຳຄັນແມ່ນພວກເຮົາສາມາດບັນລຸໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ລາຍໄດ້ຕົວຈິງ ຂອງປະຊາຊົນເພີ່ມຂຶ້ນ; ຂົງເຂດວັດທະນະທຳ-ສັງຄົມ ໄດ້ຮັບການຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບອັນພົ້ນເດັ່ນ ແມ່ນໄດ້ມີຜົນສຳເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງ ໃນການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ; ລະບົບການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງບູລະນະ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ ໄດ້ຕາງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ສະເໜີມາດຖານ ກຳມະການສົມບູນ ແລະ ກຳມະການສຳຮອງ ຂອງຄະນະບໍລິຫານງານສູນກາງພັກ, ໂຄງປະກອບ ແລະ ປະກາດລາຍຊື່ຜູ້ສະໝັກເຂົ້າ ໃນຄະນະບໍລິຫານງານສູນກາງພັກ ສະໄໝທີ X ຈາກນັ້ນ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ ໄດ້ເຊີນບັນດາຜູ້ແທນສົມບູນ ເຂົ້າຮ່ວມການຄົ້ນຄວ້າຢູ່ແຕ່ລະໜ່ວຍ ໃນຈຳນວນ 34 ໜ່ວຍ./.