ເຖິງວ່າໂຕເຮົາຈະຢູ່ໄກ ແຕ່ວ່າຫົວໃຈໄກ້ກັນ
ຢາກຈະບອກວ່າ
ເຖິງວ່າພາສາທີ່ເຮົາເວົ້ານັ້ນ ມັນອາດຈະບໍ່ຄືກັນ
ແຕ່ຄຳວ່າ"ຮັກ"ທີ່ມີໃຫ້ເຈົ້າ ບໍ່ມີສິ່ງໃດມາປ່ຽນຜັນ
ສິ່ງທີ່ເຮົານັ້ນມີ
ຢາກໃຫ້ເຈົ້າເກັບໄວ້ຕະຫຼອດໄປຈົນຮອດ
ຮັກເຈົ້າຫຼາຍອີຫຼີແບບບໍ່ມີພົມແດນ
ບໍ່ມີອີຫຍັງຈະມາຂວາງກັ້ນ ຫຼື ວ່າຈະມາທົດແທນ
ຊ່ວງເວລາທີ່ຢູ່ນຳກັນ ມັນຍັງບໍ່ເຄີຍຈະຈາງຫາຍ
ຜູ້ຊາຍຄົນນີ້ເວົ້າຄວາມຈິງ
ສັນຍາວ່າຈະບໍ່ເຫັດໃຫ້ເຈົ້າເສຍໃຈ
ຈະຢູ່ຄຽງຂ້າງເຈົ້າຕະຫຼອດໄປ ບໍ່ວ່າຍາມດີຫຼືຮ້າຍ
ບໍ່ໄດ້ວິເສດມາແຕ່ໄສ
ທີ່ມີຄວາມຮັກທີ່ໝັ້ນຄົງແລະພ້ອມຈະມອບໃຫ້ເຈົ້າຈົນກ່ວາຊີວິດສະຫຼາຍ