ການລົງທຶນພາຍໃນ ແມ່ນການນຳເອົາທຶນຮອນເຊັ່ນ: ຊັບສິນ,ເຕັກໂນໂລຢີ ແລະ ບົດຮຽນເຂົ້າໃນການຜະລິດ, ທຸລະກິດພາຍໃນປະເທດໂດຍພົນລະເມືອງລາວຄົນຕ່າງປະເທດ, ຄົນທີ່ບໍ່ມີສັນຊາດທີ່ດຳລົງຊີວິດຢູ່ ສ ປ ປ ລາວ ຢ່າງຖາວອນ ລວມທັງຄົນລາວທີ່ອາໃສຢູ່ຕ່າງປະເທດ
ຜູ້ລົງທຶນພາຍໃນສາມາດລົງທຶນໃສ່ການຜະລິດທຸລະກິດໃນຂະແຫນງການ ແລະ ທຸກຂົງເຂດການລົງທຶນຂອງ ສ ປ ປ ລາວ, ເວັ້ນເສຍແຕ່ໃນບັນດາກິດຈະການທີ່ແຕະຕ້ອງເຖິງຄວາມຫມັ້ນຄົງຂອງຊາດໃຮຜົນສະທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມໃນປະຈຸບັນ ຫລື ຍາວນານ ຕໍ່ສຸຂະພາບ ແລະ ວັດທະນະທຳຂອງຊາດ