ຮອງປະທານສະພາແຫ່ງຊາດຕ້ອນຮັບທູດ ສປປ ເກົາຫລີ
ຂປລ. ໃນຕອນບ່າຍວັນທີ 12 ມັງກອນນີ້ ທີ່ສະພາແຫ່ງຊາດລາວ ທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ລີ ສາງ ກຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫລີ ປະຈຳລາວ ໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍມາຍັງ ທ່ານ ລີສາງກຸນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜງ ເປັນເອກອັກ ຄະລັດຖະທູດ ສປປ ເກົາຫລີ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ສືບຕໍ່ໄດ້ຮັບ ການເສີມຂະຫຍາຍຂຶ້ນໄປເລື້ອຍໆ. ສປປ ລາວ ແລະ ສປປ ເກົາຫລີ ໄດ້ມີການພົວພັນຮ່ວມມືກັນມາແຕ່ດົນນານ ໃນຫລາຍຂົງເຂດວຽກງານ ເຊິ່ງການພົວພັນຮ່ວມມືດັ່ງກ່າວ ແມ່ນຖືກສ້າງຂຶ້ນຈາກຜູ້ນຳຂອງສອງປະເທດພວກເຮົາ.
ທ່ານ ລີ ສາງ ກຸນ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານຮອງປະທານສະະພາແຫ່ງຊາດ ທີ່ໃຫ້ການຕອນຮັບອັນອົບອຸ່ນ, ພ້ອມທັງ ສະແດງຄວາມຢືນຢັນວ່າ ຕົນເອງຈະຕັ້ງໜ້າເຄື່ອນໄຫວວຽກງານທີ່ຕົວຮັບຜິດຊອບຢ່າງມີຜົນສຳເລັດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ສປປ ເກົາຫລີ ແລະ ສປປ ລາວ ພວກເຮົາ.