ການນຳແຂວງບໍລິຄຳໄຊ ອວຍພອນປີ ໃໝ່ຫວຽດນາມ
02/02/2016 17:15
ສົ່ງເມວພິມເບິ່ງ 131
ຂປລ. ຄະນະຜູ້ແທນແຂວງບໍລິຄຳໄຊ ນຳໂດຍ ທ່ານ ບຸນຄຳໄຊ ເຍ່ຍລໍວື່ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກກາງຂອງລາວ ເຊິ່ງມີສຳນັກງານກົງສູນຕັ້ງຢູ່ແຂວງສະຫວັນນະເຂດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຂອງຊາວຫວຽດນາມ.
ໃນໂອກາດດັ່ງກ່າວ ຕາງໜ້າແຂວງບໍລິຄຳໄຊ ໄດ້ເປັນກຽດມອບກະຕ່າດອກໄມ້ ແລະ ຂອງຂວັນ ພ້ອມຄຳອວຍພອນໄຊ ອັນປະເສີດໃຫ້ແກ່ທ່ານ ຫງວຽນ ນາມເກື່ອງ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກກາງ